ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງ ອົງການອາຫານ ແລະ ກະເສດ ສປຊ

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງ ອົງການອາຫານ ແລະ ກະເສດ ສປຊ - ảnh 1
ພາບປະກອບ

( vovworld ) – ຕອນ​ເຊົ້າວັນ​ທີ 12/3, ຢູ່​ຮ່າ​ໂນ້ຍ, ກອງ​ປະຊຸມ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ອົງການ​ອາຫານ ​ແລະ ກະ​ເສດ ສະຫະ​ປະຊາ​ຊາດພາກ​ພື້ນ​ອາຊີ-​ປາຊີ​ຟິກ ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ລັດຖະມົນຕີ​ກະຊວງກະ​ສິ​ກຳ, ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ຄູ່​ຮ່ວມ​ມື​ສາກົນ​ຂອງ 40 ປະ​ເທດອາຊີ-​ປາຊີ​ຟິກ. ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ແມ່ນ “ສາຍ​ພົວພັນ​ລະຫວ່າງ​ສະພາບລາຄາ​ທັນ​ຍາ​ຫານ​ເພີ່ມ​ຂຶ້ນ ​ແລະ ບໍ່​ເປັນ​ປົກກະຕິ, ການຄ້ຳປະກັນ​ສະບຽງ​ອາຫານ, ສະພາບຄວາມທຸກ​ຍາກ​ອຶດ​ຫີ​ວ ​ແລະ​ ຊັບພະຍາກອນ​ທຳ​ມະ​ຊາດ​​ເຫືອດ​ແຫ້ງ“. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ດຣ Hirio yuki Konuma ຜູ້​ຊ່ວຍ​ວຽກ​ອຳນວຍການ​ໃຫ່ຍ, ຫົວໜ້າ​ຜູ້ຕາງໜ້າອົງການ​ອາຫານ ​ແລະ ກະ​ເສດ ສະຫະ​ປະຊາ​ຊາດພາກ​ພື້ນ​ອາຊີ-​ປາຊີ​ຟິກ ຊີ້​ແຈ້ງວ່າ: ຈຸດໝາຍ​ຕົ້ນຕໍ​ຊື່​ງອົງການ​ອາຫານ ​ແລະ ກະ​ເສດ ສະຫະ​ປະຊາ​ຊາດ​ໄດ້​ມຸ້ງ​ໄປ​ເຖິງ ​ແມ່ນ​ສ້າງ​ໂລກ​​ໃຫ້​ປອດ​ຄວາມ​ທຸກ​ຍາ​ກອຶດ​ຫີ​ວ ​ແລະ ບໍ່​ມີ​ສະພາບ​ເດັກນ້ອຍ​ຂາດ​ທາດ​ບຳລຸງ, ​ໃນ​ນັ້ນ ບັນຫາ​ທັນ​ຍາ​ຫານ ​ແລະ​ກະສິກຳ​ສວມ​ບົດບາດ​ສຳຄັນ​ເພື່ອ​ປັບ​ປຸງຊີວິດ​ການ​ເປັນ​ຢູ່​ຂອງ​ທຸກໆ​ຄົນ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທຸກ​ຍາກ. ປະຈຸ​ບັນ, ປະຊາກອນ​ໂລກ​ແມ່ນ 7 ຕື້​ຄົນ, ​ໃນ​ນັ້ນມີ 925 ຄົນ​ທຸກ​ຍາກ​ອຶດ​ຫີ​ວ, ດຣ Hirio yuki Konuma ​ເວົ້າວ່າ:

   “ພາລະກິດລົບ​ລ້າງ​ຄວາມອຶດ​ຫີ​ວຫລຸດຜ່ອນ​ຄວາມທຸກ​ຍາກ​  ໃນ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ນັບ​ມື້​ນັບ​ສັບ​ສົນກ່ວາ​, ຍ້ອນ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສະພາບ​ລາຄາ​ທັນ​ຍາ​ຫານ​ເພີ່ມ​ຂຶ້ນ, ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໄພ​ທຳ​ມະ​ຊາດ​ເກີດ​ຂຶ້ນ​ຢ່າງ​ລຽນຕິດ ​ແລະ​ ນະ​ໂຍບາຍ​ດ້ານ​ການ​ຄ້າ​ກ່ຽວຂ້ອງ​ເຖິງ​ການ​ສົ່ງ​ອອກ​ທັນ​ຍາ​ຫານ, ລາຄາ​ນ້ຳມັນ​ດິບ​ເພີ່ມ​ຂຶ້ນ,  ​ແລະ ຫຼາຍ​ປັດ​ໃຈ​ອື່ນໆ. ພິ​ເສດ ສຳລັບ​ຜູ້​ທຸກ​ຍາກ, ​ເປົ້າໝາຍ​ຕ້ອງ​ນຳ​ໃຊ້​ສະບຽງ​ອາຫານ-​ທັນ​ຍາ​ຫານ​ກວມເຖິງ 70% ງົບປະມານ​ໃຊ້​ຈ່າຍ​ຂອງ​ຄອບຄົວ, ​ເລື່ອງ​ລາຄາ​ທັນ​ຍາ​ຫານ​ເພີ່ມ​ຂຶ້ນ​ພິດ​ປົກກະຕິ ​ແລະ​ບໍ່​ສາມາດ​ຄາດ​ຄະ​ເນ​ລ່ວງ​ໜ້າໄດ້ ຈະເຮັດ​ໃຫ້​ຊີວິດຂອງ​ເຂົາ​ເຈົ້າຍິ່ງຊົ່ວ​ຮ້າຍ​ກ່ວາ​ອີກ“

 

ຂ່າວ/ບົດ​ອື່ນ