ກະກຽມເນື້ອໃນຫຼາຍຢ່າງໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມຊຸດທີ 14

(VOVWORLD) -ກອງປະຊຸມຄັ້ງທີ 15 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະຖືກໄຂຂຶ້ນໃນວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ ເຊິ່ງຈະປຶສາຫາລືຫຼາຍເນື້ອໃນສຳຄັນ, ກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມຊຸດທີ 14 ຈະມາເຖິງ.
ກະກຽມເນື້ອໃນຫຼາຍຢ່າງໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມຊຸດທີ 14 - ảnh 1 (ພາບປະກອບ: quochoi.vn)

ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນໃສ່ບັນດາບົດລາຍງານຄື: ລວບລວມຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຝາກເຖິງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ; ຕິດຕາມກວດກາການແກ້ໄຂຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງທີ່ຝາກເຖິງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ; ວຽກງານກະກຽມກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ແລະ ບັນດາບັນຫາສຳຄັນອື່ນໆ. ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດຈະຖືກດຳເນີນໃນລະຫວ່າງວັນທີ 11 – 13 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ