ກະກຽມໃຫ້ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ

ກະກຽມໃຫ້ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ - ảnh 1
(ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່​ອົງ​ຄະນະ​ພັກ​ທຸກ​ຂັ້ນ,
ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ)


(vovworld) – ຕອນ​ບ່າຍ​ວັນ​ທີ 21/08, ຢູ່​ນະຄອ​ນ​ໂຮ່ຈິ​ມິນ, ກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ​ຊາບ​ຊຶມ, ຜັນ​ຂະຫຍາຍ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ແລະ ປຶກສາ​ຫາລື, ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ແນະນຳ​ການ​ປະຕິບັດ​ກົດ​ລະບຽບ​ເລືອກ​ຕັ້ງ​ໃນ​ພັກ​ທີ່ໄດ້​ສຳ​ເລັດ​ດ້ານ​ເນື້ອ​ໃນ, ​ລາຍການ​ທີ່​ໄດ້​ວາງ​ອອກ. ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ ​ໂຕ​ຮຸຍ​ເຣື໋ອ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ເນັ້ນ​ໜັກ​ວ່າ, ​ເພື່ອ​ຮັບປະກັນ​ໃຫ້​ກອງ​ປະຊຸ​ມໃຫຍ່​ອົງ​ຄະນະ​ພັກ​ທຸກ​ຂັ້ນບັນລຸ​ຜົນ​ສຳ​ເລັດ, ບັນດາ​ການ​ນຳຄະນະ​ພັກທຸກ​ຂັ້ນຕ້ອງ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ​ຢ່າງ​ແໜ້ນ​ແຟ້ນ, ຖືກ​ຕາມ​ຫຼັກການ ​ແລະ ດຳ​ເນີນພ້ອມ​ກັບ​ການ​ນຳ​​ເພື່ອປະຕິບັດບັນດາ​ໜ້າ​ທີ່​ການ​ເມືອງ​ຂອງ​ທ້ອງຖິ່ນ, ຫົວໜ່ວຍ​ເປັນ​ຢ່າງ​ດີ; ຍູ້​ແຮງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ​ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ ​ແລະ ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ. ​ໄປ​ຄຽງ​ຄູ່​ກັບການ​ຊີ້​ນຳ​ວຽກ​ງານ​ກະກຽມ​ກອງ​ປະຊຸມ​ໃຫຍ່, ຄະນະ​ພັກ​ທຸກ​ຂັ້ນ​ຕ້ອງ​ຍູ້​ແຮງ​ການ​ຊີ້​ນຳ ​ບັນດາ​ໜ້າ​ທີ່​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ສ້າງ​ລະບົບ​ການ​ເມືອງ, ພັດທະນ​າ​ເສດຖະກິດ, ສັງຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽ​ບຮ້ອຍ​ທາງ​ສັງຄົມ, ຮັບປະກັນ​ປະຕິບັດ​ບັນດາ​ຄາດໝາຍ, ໜ້າທີ່​ເຊິ່ງ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ​ອາຍຸ​ການ 2010 – 2015 ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ