ກະຊວງກະສິກຳແລະ ພັດທະນາຊົນນະບົດ ຜັນຂະຫຍາຍໜ້າທີ່ເສດຖະກິດຮ່ວມມື ແລະ ພັດທະນາຊົນນະບົດ

ກະຊວງກະສິກຳແລະ ພັດທະນາຊົນນະບົດ ຜັນຂະຫຍາຍໜ້າທີ່ເສດຖະກິດຮ່ວມມື ແລະ ພັດທະນາຊົນນະບົດ - ảnh 1
( ພາບ​ປ​ະກອບ )

( vovworld ) -    ​ເພື່ອ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ການ​ກໍ່ສ້າງ​ເຂດ​ຊົນ​ລະ​ບົດ​ໃໝ່, ປ່ຽນ​ໃໝ່​ວຽກ​ງານ​ວາງ​ແຜນ, ​ກຳນົດແຜນ​ຮ່າງ​ຊົນນະບົດ​ໃໝ່​ຂັ້ນ​ຕາ​ແສງ, ຍື່ນ​ສະ​ເໜີຕໍ່​ລັດຖະບານ​ດັດ​ປັບ​ບາງ​ມາດຖານ​ຊົນນະບົດ​ໃໝ່... ນັ້ນ​ແມ່ນ​ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່​ທ່ີ່ໄດ້​ນຳ​ມາປຶກສາ​ຫາລື​ຢູ່​ກອງ​ປະຊຸມ​ຜັນ​ຂະຫຍາຍໜ້າ​ທີ່​ວຽກ​ງານ​ປີ 2012 ຂອງ​ຂະ​ແໜງ​ເສດຖະກິດ​ຮ່ວມ​ມື ​ແລະ ພັດທະນາ​ຊົນນະບົດ​ເຊິ່ງ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 8/3 ຢູ່​ນະ​ຄອນດາ​ນັ້ງ. ປີ 2012, ຂະ​ແໜງ​ເສດຖະກິດ​ຮ່ວມ​ມື ​ແລະ ພັດທະນາ​ຊົນນະບົດ​ສຸມ​ໃສ່​ປະຕິບັດ​ໜ້າ​ທີ່​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ສືບ​ຕໍ່​ປ່ຽນ​ໃໝ່​ເສດ​ຖະກິດ​ຮ່ວມ​ມື. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດຫວຽດນາມ ຫງວຽນ​ດັງ​ຄວາ, ​ໄດ້​ນັ້ນ​ໜັກ​ວ່າ.

ຄວນ​ສຸມ​ໃສ່​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້ຢ່າງຄົບ​ຖ້ວນ, ຖືກ​ຕ້ອງ​ໃຫ້​ແກ່​ພະນັກງານ ​ແລະ ປະຊາຊົນ​ກ່ຽວ​ກັບ​ຊົນນະບົດ​ໃໝ່ ​ແລະ ປ່ຽນ​ໃໝ່​ຍົກ​ສູງ​ຄຸນະພາບ​ການ​ບຳລຸງ​ສ້າງ, ຝຶກ​ອົບ​ຮົມ​ຖັນ​ແຖວ​ພະນັກງານ​​ເຮັດ​ວຽກ​ງານກໍ່​ສ້າງ​ຊົນນະບົດ​ໃໝ່. ສຳຄັນ​ທີ່​ສຸດ​ນັ້ນ​ແມ່ນ​ຫັນ​ບັນດາ​ສິ່ງ​ທີ່​ຫຍຸ້ງຍາກ​ໃນ​ມະຕິ​ໃຫ້ກາຍ​ເປັນ​ສິ່ງ​ທີ່​ງ່າຍ​ດາ​ຍ ​ແລະ ​​ໃກ້​ຊິດ​ກັບ​ປະຊາຊົນ .

ຂ່າວ/ບົດ​ອື່ນ