ກະຊວງຕຳຫຼວດຫວຽດນາມແລະກະຊວງປ້ອງກັນຄວາມສະຫງົບລາວສືບຕໍ່ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດຫວຽດນາມແລະກະຊວງປ້ອງກັນຄວາມສະຫງົບລາວສືບຕໍ່ເພີ່ມທະວີການຮ່ວມມື - ảnh 1
ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກ້ວາງ ແລະ ທ່ານ ສົມ​ແກ້ວ ສີ​ລະ​ວົງ
(ພາບ: baomoi.com)

 (vovworld) - ຕອນ​ເຊົ້າ​ວັນ​ທີ 19/8, ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກ້ວາງ ລັດຖະມົນຕີ​ວ່າການ​ກະ​ຊວງ​ຕຳຫລວດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນ​ຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ​ໂດຍ​ທ່ານ ສົມ​ແກ້ວ ສີ​ລະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ນຳ​ໜ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານລັດຖະມົນຕີ ເຈີ່ນ​ດ້າຍ​ກ້ວາງ ​ເນັ້ນ​ໜັກ​ວ່າ: ​ໃນ 70 ປີຜ່ານມາ, ປະຊາຊົນ ຫວຽດນາມ ​ແລະ ປະຊາຊົນ ລາວ ​ເວົ້າ​ລວມ, ກໍຄືກຳລັງ​ຕຳຫລວດ ຫວຽດນາມ ​ແລະ ລາວ ​ເວົ້າ​ສະ​ເພາະ ຍາມ​ໃດ​ກໍ​ຮຽງ​ບ່າ​ຮຽງ​ໄຫຼ່ນຳ​ກັນ, ສາມັກຄີ​ສ້າງ​​ໃຫ້​ມີບັນດາ​ໝາກຜົນ​ອັນ​ໃຫຍ່​ຫລວງ; ທ່ານກໍ​ປາດ​ຖະໜາ​ຢາກ​ໃຫ້ ກະຊວງ​ຕຳຫລວດ ຫວຽ​ດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ຈົ່ງສືບ​ທອດ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ພັດທະນາ​ການ​ພົວພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ກຳລັງ​ຕຳຫລວດ 2 ປະ​ເທດ.

   ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ສົມ​ແກ້ວ ສີ​ລະ​ວົງ ຢືນຢັນ​ວ່າ: ​ໃນ​ສະພາວະ​ປະຈຸ​ບັນ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ກຳລັງ​ຕຳຫລວດ ຫວຽດນາມ, ປ່ຽນ​ໃໝ່​ຢ່າງ​ບໍ​່ຢຸດ​ຢັ້ງ, ນຳ​ການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ພັດ​ທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ