ກະຊວງຕຳຫຼວດຫວຽດນາມແລະຈີນຄວນເພີ່ມທະວີ,ເປີດກ້ວາງບັນດາການເຄື່ອນໄຫວຮ່ວມມືໃນທຸກດ້ານ

ກະຊວງຕຳຫຼວດຫວຽດນາມແລະຈີນຄວນເພີ່ມທະວີ,ເປີດກ້ວາງບັນດາການເຄື່ອນໄຫວຮ່ວມມືໃນທຸກດ້ານ - ảnh 1
ທ່ານ ກົວ​ເຊິງ​ຄວັນ ແລະ ທ​່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ໋​ຈ້ອງ
(ພາບ: TTXVN)

(vovworld) – ​ ​​ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ຕຳຫຼວດ ຈີນ ໂດຍ​ທ່າ​ນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ຕຳຫຼວດ ກົວ​ເຊິງ​ຄວັນ ນ​ຳ​ໜ້າ, ຕອ​ນ​ບ່າຍ​ວັນ​ທີ 16/4, ຢູ່​ຮ່າ​ໂນ້ຍ, ທ​່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ 2 ປະ​ເທດ, ເພື່ອ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເນັ້ນ​ໜັກ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄ​ວນ​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ແບ່ງ​ປັນ​ບົດ​ຮຽນ​ຢ່າງ​ເລິກ​ເຊິ່ງ​ກ່​ວາ​ອີກ, ສ​ືບ​ຕໍ່​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ,ຕ້ານ​ອາດ​ຊະ​ຍ​າ​ກຳ, ພິ​ເສດ​ແມ່ນ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ອາດ​ຊະ​ຍາ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລຢ​ີ​ສູງ, ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ ອີນ​ເຕີ​ເນັດ…

        ​ທ່າ​ນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ຕຳຫຼວດ ຈີນ ກົວ​ເຊິງ​ຄວັນ ຢັ້ງ​ຢືນ​ວ່າ: ຄວາມ​ຮັບ​ຮູ້​ລວມ​ລະ​ຫວ່າງ​ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສີ​ຈິ້ນ​ຜິງ ໃນ​ການ​ຢ້ຽມ​ຢາມ​ຜ່ານ​ມາ, ​ຈະ​ແມ່ນ​ການ​ກຳ​ນົດ​ທິດ​ໃຫຍ່​ເພື່ອ​ໃຫ້​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ກະ​ຊວງ​ຕຳຫຼວດ ຈີນ ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ທຸກ​ດ້ານ, ປະ​ກອບ​ສ່ວນ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ, ສັງ​ຄົມ, ຮັກ​ສາ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມຂອງ​ແຕ່​ລະ​ປະ​ເທດ, ແລະ ພາ​ລະ​ກິດ​ສ້າງ​ສາ​ລັດ​ທິ​ສັງ​ຄົມ​ນິ​ຄົມ​ຢູ່​ແຕ່​ລະ​ປະ​ເທດ.

                                ຫວູ​ຢູຍ


ຕອບກັບ

ຂ່າວ/ບົດ​ອື່ນ