ກະຊວງປ້ອງກັນປະເທດ ຫວຽດນາມ ສະໜັບສະໜູນກອງທັບ ຟີລິບປີນ 30.000 USD ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ

ກະຊວງປ້ອງກັນປະເທດ ຫວຽດນາມ ສະໜັບສະໜູນກອງທັບ ຟີລິບປີນ 30.000 USD ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ - ảnh 1
(ພາບປະກອບ)

(vovworld) - ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຟຸງກວາງ​​ແທງ ຫາ​ກໍ່​ຕົກລົງ​ຫັກ​ຈຳນວນ​ເງິນ 30.000 USD ຈາກ​ກອງ​ທຶນ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ເພື່ອ​ໜູນ​ຊ່ວຍ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟີລິບ​ປີນ, ​ເພື່ອ​ແນ​ໃສ່​ສະ​ແດງ​​ໃຫ້​ເຫັນນ້ຳ​ໃຈ​ສາມັກຄີ, ມິດຕະພາບລະຫວ່າງກອງທັບ ​ແລະ ປະຊາຊົນ 2 ປະ​ເທດ​​ເມື່ອ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

        ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ຟຸງກວາງ​ແທງ ​ໄດ້​ຝາກ​ຈົດໝາຍ​ຢື້​ຢາມ​ຖາມ​ຂ່າວ​ເຖິງ​​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປີນ, ​ໃນ​ນັ້ນ​ຊີ້​ແຈ້ງວ່າ, ​​ໂດຍ​ເລີ່​ມມາ​ຈາກ​ການ​ພົວພັນ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ 2 ປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຕັດສິນ​ໃຈ​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ກັບ​ກອງທັບປະ​ເທດ​ຖານ​ບ້ານ​ໃກ້​​ເຮືອນ​ຄຽງ, ປະກອບສ່ວນ​ພ້ອມ​ກັບ​ກອງທັບ​ຟີ​ລິບ​ປີນ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ