ກະຊວງປ້ອງກັນປະເທດແລກປ່ຽນວຽກງານທາງໄກຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ທ່ານພົນຕີ ໂງມິນຕຽນ ຮຽກຮ້ອງໃຫ້ບັນດາຫົວໜ່ວຍສືບຕໍ່ຊາບຊຶມ, ສຶກສາໃຫ້ພະນັກງານ, ນັກຮົບໃນຫົວໜ່ວຍປະຕິບັດໂທລະເລກທາງການ, ການຊີ້ນຳກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ
ກະຊວງປ້ອງກັນປະເທດແລກປ່ຽນວຽກງານທາງໄກຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ກອງປະຊຸມແລກປ່ຽນວຽກງານທາງໄກ
(ພາບ: qdnd.vn)

ຕອນບ່າຍ 30 ສິງຫາ, ທ່ານພົນຕີ ໂງມິນຕຽນ, ຮອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບການປ້ອງກັນ ຕ້ານໂລກລະບາດຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້, ໄດ້ເປັນປະທານກອງປະຊຸມແລກປ່ຽນວຽກງານທາງໄກໃນການຜັນຂະຫຍາຍການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ຕີລາຄາເບື້ອງຕົ້ນ, ພາຍຫຼັງໄລຍະທີ່ບັນດາຫົວໜ່ວຍກອງທັບຜັນຂະຫຍາຍບັ້ນຈຸດສຸມຢູ່ບໍລິເວນນະຄອນໂຮ່ຈີມິນ, ບິ່ງເຍືອງ, ດົ່ງນາຍ ເຊິ່ງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ, ຕີລາຄາສູງ ແລະ ຄວາມຫວັງກ່ຽວກັບໝາກຜົນການປ້ອງກັນ, ຕ້ານໂລກລະບາດ. ທ່ານພົນຕີ ໂງມິນຕຽນ ຮຽກຮ້ອງໃຫ້ບັນດາຫົວໜ່ວຍສືບຕໍ່ຊາບຊຶມ, ສຶກສາໃຫ້ພະນັກງານ, ນັກຮົບໃນຫົວໜ່ວຍປະຕິບັດໂທລະເລກທາງການ, ການຊີ້ນຳກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ; ສືບຕໍ່ປ້ອງກັນ ຕ້ານໂລກລະບາດ; ເພີ່ມທະວີບັນດາມາດຕະການຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ