ກະຊວງພາຍໃນສິ້ນສຸດຊຸດຝຶກອົບຮົມໃຫ້ປັນຍາຊົນໜຸ່ມ 60 ຄົນຂອງ ແຜນຮ່າງ 500
(ຊຸດຝຶກອົບຮົມໃຫ້ປັນຍາຊົນໜຸ່ມ 60 ຄົນຂອງແຜນຮ່າງ 500)
(vovworld) – ກະຊວງພາຍໃນຫາກໍ່ສິ້ນສຸດຊຸດຝຶກອົບຮົມໃຫ້ສະມາຊິກ 60 ຄົນທີ່ເຂົ້າຮ່ວມການປະຕິບັດທົດລອງແຜນຮ່າງຄັດເລືອກປັນຍາຊົນໜຸ່ມອາສາສະໝັກລົງຕາແສງຕ່າງໆ ເພື່ອເຂົ້າຮ່ວມການພັດທະນາຊົນນະບົດ, ເຂດພູດອຍໄລຍະ 2013 – 2020 (ແຜນຮ່າງ 500) ຂອງບັນດາແຂວງເທື່ອທຽນເຫ້ວ, ກວາງບິ່ງ, ກວາງຈິ້. ພາຍຫຼັງຝຶກອົບຮົມເປັນເວລາ 3 ເດືອນ, ຜູ້ເຂົ້າຮ່ວມຈະມີຄວາມຮູ້ກ່ຽວກັບວຽກງານໂຄສະນາດ້ານວິຊາຊີບ, ການຄຸ້ມຄອງລັດ, ລະບົບການເມືອງຂັ້ນຮາກຖານ, ບັນດາທັກສະໃນການພົວພັນ, ຂົນຂວາຍມະຫາຊົນ… ພາຍຫຼັງຊຸດຝຶກອົບຮົມດັ່ງກ່າວ, ບັນດາປັນຍາຊົນຈະໄດ້ຮັບໜ້າທີ່ຢູ່ຂັ້ນຕາແສງດ້ວຍ 5 ຕຳແໜ່ງຄື: ຫ້ອງການ - ສະຖິຕິ, ການເງິນ - ບັນຊີ, ລະບຽບທີ່ດິນ - ກະສິກຳ - ກໍ່ສ້າງ ແລະ ສິ່ງແວດລ້ອມ, ວັດທະນະທຳ - ສັງຄົມ, ຍຸຕິທຳ - ສຳມະໂນພົນລະເມືອງ. ມາຮອດປະຈຸບັນ, ບັນດາທ້ອງຖິ່ນໃນທົ່ວປະເທດ ໄດ້ຄັດເລືອກປັນຍາຊົນໜຸ່ມດີເດັ່ນ 500 ຄົນ, ເພື່ອໄປເຮັດວຽກຢູ່ 500 ຕາແສງມີເງື່ອນໄຂທາງດ້ານເສດຖະກິດປະສົບກັບຄວາມຫຍຸ້ງຍາກ, ເຂດຊົນເຜົ່າສ່ວນໜ້ອຍເຂດພູດອຍ.