ກາຕາ ຢືນຢັນຄວາມມານະພະຍາຍາມໃນດານໄກເກ່ຍຍັງຖືກດຳເນີນຢູ່

(VOVWORLD) -ວັນທີ 12 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດກາຕາ Mohammed bin Abdurahman al Thani ໃຫ້ຮູ້ວ່າ, ປະເທດນີ້ ແລະ ອາເມລິກາ ຍັງຮັກສາການຕິດຕໍ່ກັບລາຊະອານາຈັກ ກູເວດ, ຜູ້ທີ່ພວມຊຸກຍູ້ຄວາມມານະພະຍາຍາມເປັນຄົນກາງໄກເກ່ຍວິກິດການລະຫວ່າງກາຕາ ແລະ ບັນດາປະເທດເຂດອ່າວເປີເຊຍ ທີ່ແກ່ຍາວຕະຫຼອດອາທິດທີ່ຜ່ານມາ.

ກາຕາ ຢືນຢັນຄວາມມານະພະຍາຍາມໃນດານໄກເກ່ຍຍັງຖືກດຳເນີນຢູ່ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດກາຕາ Mohammed bin Abdurahman al Thani

(ພາບປະກອບ: EPA/TTXVN)

ກ່າວຄຳເຫັນຜ່ານຊ່ອງໂທລະພາບ Al Jazeera, ທ່ານລັດຖະມົນຕີການຕ່າງປະເທດ al Thani ຢືນຢັນວ່າ, ກາຕາ ພ້ອມແລ້ວທີ່ຈະປຶກສາຫາລືທຸກຄວາມຮຽກຮ້ອງ, ເຖິງຢ່າງໃດກໍ່ຕາມ ປະເທດນີ້ ຍັງບໍ່ທັນໄດ້ຮັບຄຳຕອບໃດໆ. ທ່ານເນັ້ນໜັກວ່າ, ການພົວພັນທາງການທູດແມ່ນມາດຕະການເພື່ອແກ້ໄຂຄວາມເຄັ່ງຕຶງ, ແຕ່ສິ່ງນີ້ຮຽກຮ້ອງໃຫ້ “ມີພື້ນຖານ” ເຊິ່ງຍັງບໍ່ທັນບັນລຸໄດ້ເທື່ອ. ເຈົ້າໜ້າທີ່ທ່ານນີ້ກໍ່ໃຫ້ຮູ້ວ່າ, ປະຈຸບັນ, ກາຕາ ຍັງສຸມໃສ່ແກ້ໄຂບັນດາບັນຫາມະນຸດສະທຳໂດຍຍ້ອນຜົນສະທ້ອນຈາກບັນດາມາດຕະການລົງໂທດ ທີ່ມາຈາກບັນດາປະເທດຖານບ້ານໃກ້ເຮືອນຄຽງໃນກຸ່ມອາຣັບ.

ຕອບກັບ

ຂ່າວ/ບົດ​ອື່ນ