ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຢູ່ໃນລຳແມ່ນ້ຳຂອງຕ້ອງຢູ່ພາຍໃຕ້ການຄຸ້ມຄອງສັງລວມ

ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຢູ່ໃນລຳແມ່ນ້ຳຂອງຕ້ອງຢູ່ພາຍໃຕ້ການຄຸ້ມຄອງສັງລວມ - ảnh 1
ທ່ານ Luong Thanh Nghi ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ
ພາບ: internet


(vovworld) - ວັນ​ທີ 8/11 ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ປະຕິ​ກິລິຍາ​ຂອງ ຫວຽດນາມ ຕໍ່​ຫນ້າ​ເລື່ອງ​ລັດຖະບານ ລາວ ຕົກລົງ​ລົງມື​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ ​ໄຊ​ຍະ​ບູລີ, ທ່ານ Luong Thanh Nghi ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຊີ້​ແຈງ​ວ່າ: ​ເລື່ອງ​ຂຸດ​ຄົ້ນ ​ແລະ ນຳ​ໃຊ້​ແຫ​ລ່ງຊັບພະຍາກອນ​ຢ່າງ​ສະໝຳ່ສະ​ເຫມີ ​ແລະ ​ເໝາະ​ສົມ, ພິ​ເສດ​ແມ່ນ​ແຫ​ລ່ງນ້ຳ​ຢູ່​ແມ່​ຂອງ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ, ປະກອບສ່ວນ​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ​ລວມຂອງ​ລຸ່ມ​ແມ່​ນ້ຳຂອງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ແຄມ​ແມ່​ນ້ຳ ​ແລະ ປະຊາຊົນ​ດຳລົງ​ຊີວິດ​ຢູ່​ເຂດ​ນີ້. ຫວຽດນາມ ​ໄດ້​ສະ​ແດງ​ທັດສະນະ​ຂອງ​ຕົນ​ເປັນ​ຫລາຍ​ເທື່ອ​ແລ້ວ ​ເລື່ອງ​ກໍ່ສ້າງ​ບັນດາ​​ເຂື່ອນ​ໄຟຟ້າ​ຢູ່​ໃນລຳແມ່​ນ້ຳຂອງ​ຕ້ອງ​ພາຍໃຕ້​ການ​ຄຸ້ມ​ຄອງ​ສັງ​ລວມ ​ແລະ ພັດທະນາ​ແມ່​ນ້ຳຂອງ ​ແລະ ​ໄດ້​ສະ​ເຫ​ນີບັນດາ​ປະ​ເທດ​ຈົ່ງ​ສົມທົບກັນ​ປະຕິບັດ​ການ​ຄົ້ນ​ຄ້ວາ​ສັງ​ລວມບັນດາ​ການ​ກະທົບ​ຂອງ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ສຕໍ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ລຸ່ມ​ແມ່​ນ້ຳຂອງ.  ທ່ານ Luong Thanh Nghi  ກ່າວ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ຂ່າວ​ວ່າ ລັດຖະບານ ລາວ ຕົກລົງ​ລົງມື​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ ​ໄຊ​ຍະ​ບູລີ ພາຍຫລັງ​ດັດ​ແກ້​ການ​ອອກ​ແບບ​ຂອງ​ກິດຈະກຳ​ເພື່ອ​ຫລຸດຜ່ອນ​ຜົນ​ກະທົບ​ເຖິງ​ເຂດ​ລຸ່ມ​ແມ່​ຂອງ ​ແລະ ​ໃນ​ວິວັດທະນາ​ການ​ກໍ່ສ້າງ ຖ້າ​ຫາກ​ພົບ​ເຫັນ​ກິດຈະກຳ​ດັ່ງກ່າວ​ກໍ່​ຜົນ​ກະທົບ​ອັນ​ໃຫຍ່​ຫລວງ​ ຈະ​ຢຸດຕິ​ໂຄງການ​ຢ່າງ​ທັນ​ທີ່. ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ຝ່າຍ​ລາວ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຄົ້ນ​ຄ້ວາ​ຜົນ​ກະທົບ​ເຖິງ​ສິ່ງ​ແວດ​ລ້ອມ ​ແລະ ສ້າງ​ການ​ອອກ​ແບບ​ເຂື່ອນ​ໄຟຟ້າ​ນ້ຳ​ຕົກ​ ​ໄຊ​ຍະ​ບູລີ ​ໃຫ້​ສົມ​ບູນ​ແບບ ພ້ອມ​ທັງ​ສົມ​ທົບ​ກັບ ຫວຽດນາມ​, ກຳປູ​ເຈຍ ​ແລະ ​ໄທ ພ້ອມ​ກັນ​ປະຕິບັດ​ການ​ຄົ້ນ​ຄ້ວາ​ສັງ​ລວມ, ລະອຽດ, ຮອບດ້ານ​ຕໍ່​ຜົນ​ກະທົບ​ເຖິງ​ສິ່ງ​ແວດ​ລ້ອມ, ​ເສດຖະກິດ​ສັງຄົມ​ຂອງ​​ເຂື່ອນ​ໄຟຟ້າ​ນ້ຳຕົກ​ທັງ​ໝົດ​ທີ່​ຄາດ​ວ່າ​ຈະ​ກໍ່ສ້າງໃນລຳ​ແມ່​ຂອງ.”


 

ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຢູ່ໃນລຳແມ່ນ້ຳຂອງຕ້ອງຢູ່ພາຍໃຕ້ການຄຸ້ມຄອງສັງລວມ - ảnh 2

WWF ເຕືອນໄພວ່າ ຕ່າງໆຢູ່ໃນລຳແມ່ນ້ຳຂອງອາດຈະຖືກສູນພັນ
ຖ້າຫາກກະແສນ້ຳຢູ່ແມ່ຂອງຖືກປ່ຽນແປງຍ້ອນບັນດາເຂື່ອນໄຟຟ້ານ້ຳຕົກ
ພາບ: internet
 

​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ຂ້ອງ​ເຖິງ​ໝາກຜົນ​ການ​ເຈລະຈາ​ຄັ້ງ​ທີ 2 ກ່ຽວ​ກັບ​ບັນຫາ​ບົນ​ທະ​ເລ​ລະຫວ່າງ ຫວຽດນາມ ​ແລະ ຈີນ ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 6 -8/11/2012 ຢູ່ ຮ່າ​ໂນ້ຍ, ທ່ານ Luong Thanh Nghi ຢືນຢັນ​ວ່າ:​ ​ໂດຍ​ປະຕິບັດ​ຕາມການ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ ​ແລະ ຂໍ​້ຕົກລົງ​ບົນ​ຫລັກການ​ພື້ນຖານ​ໃນ​ການ​ຊີ້​ນຳ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ລະຫວ່າງ ຫວຽດນາມ ​ແລະ ຈີນ ຊື່​ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ເດືອນ 10/2012, ທີ່​ການ​ເຈລະຈາ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້ລາຍ​ງານ ​ແລະ ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ໂຄງການ​ບຸລິມະສິດ​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ເຖິງ 4 ຂົງ​ເຂດ: ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ບົນ​ທະ​ເລ, ຄົ້ນ​ຄ້ວາ​ວິທະຍາສາດ​ທະ​ເລ, ຊອກ​ຫາ​ກູ້​ຊີບ​ບົນ​ທະ​ເລ ​ແລະ ປ້ອງ​ກັນ ຕ້ານ​ໄພ​ທຳ​ມະ​ຊາດ.

ຂ່າວ/ບົດ​ອື່ນ