ການຊ່ວຍເຫລືອຂອງອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃຫ້ແກ່ຫວຽດນາມຄາດວ່າບັນລຸກວ່າ280ລ້ານUSD

 

ການຊ່ວຍເຫລືອຂອງອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃຫ້ແກ່ຫວຽດນາມຄາດວ່າບັນລຸກວ່າ280ລ້ານUSD - ảnh 1


(vovworld)-  ​ ​ວັນ​ທີ 23/12, ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສະ​ຫລູບ​ວຽກ​ງານ​ຂອງ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດປີ 2015. ບົດ​ລາຍ​ງານ​ທີ່ກອງ​ປະ​ຊຸມ​ໃຫ້​ຮູ້​ວ່າ: ປີ 2015, ການ​ຊ່ວຍ​ເຫລືອ​ຂອງ​ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ບັນ​ລຸກວ່າ 280 ລ້ານ USD. ຈຳ​ນວນ​ອົງ​ການບໍ່​ຂຶ້ນ​ກັບ​ລ​ັດ​ຖະ​ບານ​ຕ່າງ​ປະ​ເທດ ເຄື່ອນ​ໄຫ​ວ​ຢູ່ ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ. ທີ່ກອງ​ປະ​ຊຸມ, ທ່ານ ໂຮ່​ຊວນ​ເຊີນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ຫົວ​ຫນ້າ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ກ່ຽວ​ກັບ​ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ຖື​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ວຽກ​ງານຂອງ​ອົງ​ການບໍ່​ຂຶ້ນກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ສຸມ​ໃສ່​ເຂົ້າ​ວຽກ​ງານ​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ແຫລ່ງ​ທຶນ​ຊ່ວຍ​ເຫລືອ ແລະ ການ​ຫນູນ​ຊ່ວຍ​ດ້ານ​ເຕັກ​ນິກ, ມະ​ນຸດ. ຄຽງ​ຄູ່​ກັນ​ນັ້ນ ເອົາ​ໃຈ​ໃສ່​ເຖິງ​ການ​ຊອກ​ຫາ​ແຫລ່ງ​ທຶນ​ໃຫມ່​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ, ກອງ​ທຶນ​ຕ່າງ​ປະ​ເທດ​ເຄື່ອນ​ໄຫວ​ຢູ່​ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ