ພາບປະກອບ
(vovworld) - ວັນທີ 19/12, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີສະຫລຸບ ແລະ ຮັບຮູ້ການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ສ່ວນບຸກຄົນປີ 2014. ເຂົ້າຮ່ວມພິທີມີຜູ້ແທນກ່ວາ 250 ທ່ານທີ່ມາຈາກບັນດາອົງການບໍ່ຂຶ້ນກັບລັດຖະບານ, ບາງກະຊວງ, ຂະແໜງການ, ອົງການຈັດຕັ້ງປະຊາຊົນ, ຜູ້ຕາງໜ້າບັນດາທ້ອງຖີ່ນ, ອົງການການທູດ ແລະ ອົງການຮ່ວມມືພັດທະນາປະເທດຕ່າງໆ.
ປີ 2014, ເຖິງວ່າພື້ນຖານເສດຖະກິດໂລກຍັງບໍ່ທັນມີສັນຍານຟື້ນຟູ, ການຊ່ວຍເຫຼືອຂອງບັນດາອົງການບໍ່ຂຶ້ນກັບລັດຖະບານສະຫງວນໃຫ້ແກ່ ຫວຽດນາມ ຍັງຄົງໄດ້ຮັບການຮັກສາ ແລະ ບັນລຸໄດ້ຕົວເລກເປັນໜ້າຮັບຮູ້. ໃນປີ 2015, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ຄະນະປະສານງານໜູນຊ່ວຍປະຊາຊົນຈະສືບຕໍ່ຍູ້ແຮງວຽກງານແບ່ງປັນຂໍ້ມູນຂ່າວສານ, ຄວາມຕ້ອງການ ແລະ ເຊື່ອມຕໍ່ລະຫວ່າງທ້ອງຖີ່ນກັບບັນດານັອຸປະຖຳ, ກອງທຶນ, ວິສາຫະກິດ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ວຽກງານຝຶກອົບຮົມ, ບຳລຸງສ້າງກໍ່ຄືສືບຕໍ່ຊອກຫາບັນດາທິດທາງໃໝ່ເພື່ອແທດເໝາະກັບສະພາບການແນໃສ່ເພີ່ມທະວີການຊ່ວຍເຫຼືອຂອງອົງການບໍ່ຂຶ້ນກັບລັດຖະບານ, ປະກອບສ່ວນເຂົ້າໃນພາລະກິດພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.