ແຂກທ່ອງທ່ຽວສາກົນຢ້ຽມຢາມ ກຸງເກົາເຫ໋ວ
|
(vovworld) – ຕາມຄະນະກຳມະການປະຊາຊົນແຂວງ ເທື່ອທຽນ - ເຫ໋ວແລ້ວ, ໃນເດືອນທຳອິດຂອງປີ 2017, ທົ່ວແຂວງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 229.600 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນ 81.300 ເທື່ອຄົນ, ລາຍຮັບສັງຄົມຈາກການທ່ອງທ່ຽວບັນລຸກ່ວາ 265,21 ຕື້ດົ່ງ. ວັນທີ 6/2, ກ່ຳປັ່ນທ່ອງທ່ຽວທະເລລຳທຳອິດໄດ້ເຂົ້າທຽບທ່າ ເຈີນໄມ ໃນປີລະກາ 2017. ນີ້ແມ່ນກ່ຳປັ່ນທ່ອງທ່ຽວທະເລສາກົນຂອງປະເທດ ອາເມລິກາ ໄດ້ໂດຍສານແຂກທ່ອງທ່ຽວສາກົນ 2.150 ຄົນ ແລະ ລູກເຮືອກ່ວາ 950 ຄົນເຂົ້າທຽບທ່າ ເຈີນໄມ. ພາຍຫຼັງເຂົ້າທຽບທ່າ, ແຂກທ່ອງທ່ຽວໄດ້ໄປຢ້ຽມຢາມບັນດາທິວທັດທຳມະຊາດ, ປູຊະນີຍະສະຖານປະຫວັດສາດຢູ່ເຫ້ວ, ໂຮ້ຍອານ, ດ່ານັ້ງ… ເດືອນ 1/2017, ກໍ່ແມ່ນຈຸດເວລາຈັດບຸນເຕັດປີລະກາ 2017 ດັ່ງນັ້ນຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ເຫ໋ວໄດ້ເພີ່ມຂຶ້ນສູງ. ສະເພາະໃນ 7 ວັນຂອງບຸນເຕັດ, ທົ່ວແຂວງເທື່ອທຽນ - ເຫ໋ວ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 100.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວ 56.902 ເທື່ອຄົນ ກວມ 62%. ລາຍຮັບຈາກການທ່ອງທ່ຽວໃນໂອກາດນີ້ບັນລຸປະມານ 80,887 ຕື້ດົ່ງ, ລາຍຮັບສັງຄົມຈາກການທ່ອງທ່ຽວຄາດວ່າບັນລຸ 165 ຕື້ດົ່ງ.