ການນໍາຂັ້ນສູງຫວຽດນາມ ສົ່ງໂທລະເລກຢື້ຢາມຖາມຂ່າວ ການນໍາຂັ້ນສູງ ແລະ ປະຊາຊົນ ອິນໂດເນເຊຍ ກ່ຽວກັບເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກ

(VOVWORLD) -ໃນວັນທີ 28 ກັນຍາ 2018 ຢູ່ນະຄອນ Palu City, ແຂວງ Sulawesi, ປະເທດ ອິນໂດເນເຊຍ ໄດ້ເກີດເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກ, ອັນໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງ ທັງດ້ານຊີວິດອິນຊີ ແລະຊັບສິນຂອງປະຊາຊົນ.

ໂດຍໄດ້ຮັບຂ່າວວ່າ ໃນວັນທີ 28 ກັນຍາ 2018 ຢູ່ນະຄອນ Palu City, ແຂວງ Sulawesi, ປະເທດ ອິນໂດເນເຊຍ ໄດ້ເກີດເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກ, ອັນໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງ ທັງດ້ານຊີວິດອິນຊີ ແລະຊັບສິນຂອງປະຊາຊົນ. ວັນທີ 29 ກັນຍາ 2018, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງ ດັ້ງທິຫງອກທິ້ງ ຮັກສາການປະທານປະເທດຫວຽດນາມ ໄດ້ສົ່ງໂທລະເລກ ຢື້ຢາມຖາມຂ່າວ ເຖິງ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍໄດ້ສົ່ງໂທລະເລກ ຢື້ຢາມຖາມຂ່າວ ເຖິງ  ທ່ານ ປະທານສະພາຜູ້ແທນປະຊາຊົນ ອິນໂດເນເຊຍ Bambang Soesatyo.

        ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ສົ່ງໂທລະເລກ ຢື້ຢາມຖາມຂ່າວ ເຖິງ ທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ