ການນຳ ກຳປູເຈຍ ຕ້ອນຮັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໃຫ້ຮູ້ວ່າ: ລັດຖະບານ ກຳປູເຈຍ ປາດຖະໜາຢາກສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານ ຫວຽດນາມ ເພື່ອແນໃສ່ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ, ຊຸກຍູ້ການຮ່ວມມື 2 ປະເທດໃຫ້ພັດທະນາໃນທຸກໆຂົງເຂດ. 
ການນຳ ກຳປູເຈຍ ຕ້ອນຮັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ - ảnh 1 ປະທານຄະນະກຳມະການສູນກາງແນວໂຮມ ປະເທດຊາດ ຫວຽດນາມ ດິງແທງເໝີນ

ວັນທີ 14 ສິງຫາ, ການນຳຂັ້ນສູງ ກຳປູເຈຍ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໂດຍທ່ານ ເຈີ່ນແທງເໝີນ, ກຳມະການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ເປັນຫົວໜ້າຄະນະ, ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ ແຕ່ວັນທີ 13 -17 ສິງຫາ. ກ່າວຄຳເຫັນທີ່ການຕ້ອນຮັບຄະນະ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໃຫ້ຮູ້ວ່າ: ລັດຖະບານ ກຳປູເຈຍ ປາດຖະໜາຢາກສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານ ຫວຽດນາມ ເພື່ອແນໃສ່ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ, ຊຸກຍູ້ການຮ່ວມມື 2 ປະເທດໃຫ້ພັດທະນາໃນທຸກໆຂົງເຂດ. ກ່ຽວກັບບັນຫາປັກຫຼັກໝາຍຊາຍແດນ, ທ່ານນາຍົກລັດຖະມົນຕີ Hunsen ເນັ້ນໜັກວ່າ: ລັດຖະບານ ກຳປູເຈຍ ປາດຖະໜາຢາກປະຕິບັດສຳເລັດວຽກງານປັກຫຼັກໝາຍຊາຍແດນ, ສ້າງເສັ້ນຊາຍແດນ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາລະຫວ່າງ 2 ປະເທດ.

        ໃນການຕ້ອນຮັບຄະນະຜູ້ແທນ ຫວຽດນາມ, ທ່ານ Heng Samrin, ປະທານສະພາແຫ່ງຊາດ, ປະທານສະພາແນວໂຮມສາມັກຄີພັດທະນາແຫ່ງຊາດ ກຳປູເຈຍ ຫວັງວ່າ ໄລຍະຈະມາເຖິງ, ແນວໂຮມ 2 ປະເທດ ສືບຕໍ່ພາລະກິດຂອງຕົນ, ກ່ອນອື່ນໝົດແມ່ນຈັດຕັ້ງກອງປະຊຸມສາກົນກ່ຽວກັບການສ້າງເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ສັນຕິພາບ, ມິດຕະພາບ, ຮ່ວມມືຮອບດ້ານພ້ອມກັນພັດທະນາຄັ້ງທີ 5 ຢູ່ແຂວງ Kam Pot ຂອງກຳປູເຈຍ ໃຫ້ສຳເລັດຜົນ.

        ສ່ວນທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ຫວຽດນາມ - ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ