ທ່ານນາຍົກລັດຖະມົນຕີ ອັງກິດ David Cameron ແລະ ຜູ້ມີສິດເລືອກຕັ້ງ
(ພາບ: AFP)
|
(vovworld) – ການນຳບັນດາພັກການເມືອງໃຫຍ່ຢູ່ ອັງກິດ ພວມມານະພະຍາຍາມຂົນຂວາຍຫາສຽງເລືອກຕັ້ງຮອດ ກຳນົດເວລາສຸດທ້າຍ ເພື່ອແນໃສ່ຍາດໄດ້ໝາກຜົນສູງສຸດໃນການເລືອກຕັ້ງທົ່ວປະເທດໃນວັນທີ 7/5. ວັນທີ 5/5, ທ່ານນາຍົກລັດຖະມົນຕີ ອັງກິດ David Cameron ຜູ້ນຳພັກນິຍົມຮັກສາເດີມ ເລີ່ມຕົ້ນການຂົນຂວາຍຫາສຽງເລືອກຕັ້ງສຸດທ້າຍໃນ 36 ຊົ່ວໂມງ. ມາຮອດປະຈຸບັນ, ໝາກຜົນຂອງການຢັ່ງຫາງສຽງສະແດງໃຫ້ເຫັນວ່າ: ພັກນິຍົມຮັກສາເດີມ ແລະ ພັກແຮງງານມີຄວາມສາມາດຫຼາຍຢ່າງເພື່ອຈະຍາດໄດ້ຈຳນວນທີ່ນັ່ງເທົ່າທຽມກັນ ແລະ ບໍ່ມີພັກໃດສາມາດຍາດໄດ້ທີ່ນັ່ງກ່ວາເຄິ່ງໜຶ່ງ (ຄື 326 ທີ່ນັ່ງ) ເພື່ອສ້າງຕັ້ງລັດຖະບານ.