(vovworld) - ຕອນເຊົ້າວັນທີ 20/9, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ເຂົ້າຮ່ວມພິທີ່ໄຂສົກຮຽນໃໝ່ 2012 – 2013 ແລະ ພິທີຕ້ອນຮັບຫຼຽນໄຊເອກະລາດຊັ້ນ 1 ຂອງມະຫາວິທະຍະໄລການຄ້າຕ່າງປະເທດ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ຍ້ອງຍໍຜົນງານຂອງໂຮງຮຽນ ແລະ ຢືນຢັນວ່າ ມະຫາວິທະຍະໄລການຄ້າຕ່າງປະເທດ ໄດ້ສ້າງອິດທິພົນຊື່ສຽງ ແລະ ເຄື່ອງໝາຍໃນບັນດາມະຫາວິທະຍະໄລທີ່ມີຊື່ສຽງຂອງທົ່ວປະເທດ. ທ່ານຮອງນາຍົກ ຮຽກຮ້ອງໃຫ້ໂຮງຮຽນປະຕິບັດ 5 ໜ້າທີ່ຈຸດສຸມ, ໃນນັ້ນສຸມໃສ່ສ້າງຖັນແຖວຄູອາຈານ, ສູ້ຊົນນຳໂຮງຮຽນກາຍເປັນສູນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ສູນຄົ້ນຄວ້າອັນດັບໜຶ່ງກ່ຽວກັບເສດຖະກິດ ແລະ ດຳເນີນທຸລະກິດຂອງຫວຽດນາມ.
“ທາງໂຮງຮຽນໄດ້ມີບັນດາລາຍການຮ່ວມມື, ເຊື່ອມຕໍ່ກັບບັນດາມະຫາວິທະຍະໄລຕ່າງປະເທດ. ນີ້ແມ່ນແຜນນະໂຍບາຍອັນຖືກຕ້ອງ ປະກອບສ່ວນຢ່າງແທດຈິງເພື່ອບຳລຸງສ້າງນັກສຶກສາທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຕ້ອງການຂອງກິດຈະການເຊື່ອມໂຍງ. ແຕ່ທາງໂຮງຮຽນຕ້ອງເອົາໃຈໃສ່ເລືອກເຟັ້ນບັນດາຄູ່ຮ່ວມມືສາກົນທີ່ມີອິດທິພົນຊື່ສຽງ, ເພື່ອປະຕິບັດການເຄື່ອນໄຫວເຊື່ອມຕໍ່ການບຳງລຸງສ້າງ, ເອົາໃຈໃສ່ເຖິງການຄຸ້ມຄອງບັນດາການເຄື່ອນໄຫວເຊື່ອມຕໍ່ນີ້ຢ່າງແໜ້ນແຟ້ນ, ຮັບປະກັນປະຕິບັດບັນດາຂໍ້ກຳນົດຂອງລັດຢ່າງເຂັ້ມງວດ, ໂດຍສະເພາະແມ່ນຄຸນນະພາບການບຳລຸງສ້າງ ແລະ ກົນໄກການເງິນ.”