ການນຳສະພາສູງ ແລະ ສະພາຕ່ຳ ມາເລເຊຍ ຕີລາຄາສູງຂໍ້ລິເລີ່ມຮ່ວມມືຂອງສະພາແຫ່ງຊາດ ຫວຽດນາມ

(VOVWORLD) - ການນຳສະພາສູງ ແລະ ສະພາຕ່ຳ ມາເລເຊຍ ສະເໜີໃຫ້ 2 ຝ່າຍສ້າງຕັ້ງເຄືອຂ່າຍຜ່ານບັນດາວິສາຫະກິດ, ນັກທຸລະກິດ ແລະ ພົນລະເມືອງໜຸ່ມລະຫວ່າງ 2 ປະເທດ
ການນຳສະພາສູງ ແລະ ສະພາຕ່ຳ ມາເລເຊຍ ຕີລາຄາສູງຂໍ້ລິເລີ່ມຮ່ວມມືຂອງສະພາແຫ່ງຊາດ ຫວຽດນາມ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ນຳໜ້າ, ພົບປະກັບທ່ານປະທານສະພາຕ່ຳ ມາເລເຊຍ Johari Bin Abdul
(ພາບ: TTXVN)

        ຕອນບ່າຍວັນທີ 09 ສິງຫາ, ຢູ່ນະຄອນຫຼວງ Kuala Lumpur, ປະເທດ ມາເລເຊຍ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ນຳໜ້າ, ໄດ້ພົບປະກັບທ່ານປະທານສະພາຕ່ຳ ມາເລເຊຍ Johari Bin Abdul. ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນ ຫວຽດນາມ ໄດ້ດຳເນີນການເຈລະຈາກັບທ່ານປະທານສະພາສູງ Nur Jazlan Bin Tan Sri Mohamed.

        ທີ່ບັນດາການພົບປະ, ການນຳສະພາສູງ ແລະ ສະພາຕ່ຳ ມາເລເຊຍ ສະເໜີໃຫ້ 2 ຝ່າຍສ້າງຕັ້ງເຄືອຂ່າຍຜ່ານບັນດາວິສາຫະກິດ, ນັກທຸລະກິດ ແລະ ພົນລະເມືອງໜຸ່ມລະຫວ່າງ 2 ປະເທດ; ຄົ້ນຄວ້າສ້າງຕັ້ງລະບົບສະໜອງທີ່ເໝາະສົມເພື່ອຜະລິດຊິບເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຊີສູງ, ເຊິ່ງແມ່ນໜຶ່ງໃນບັນດາຂົງເຂດທີ່ ມາເລເຊຍ ໄດ້ ແລະ ພວມຊຸກຍູ້ພັດທະນາ.

        ສ່ວນທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ສະເໜີໃຫ້ 2 ຝ່າຍຊຸກຍູ້ການລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາຕ່ຳ, ສະພາສູງ ມາເລເຊຍ; ເພີ່ມທະວີການພົບປະຂັ້ນສູງ ແລະ ທຸກຂັ້ນ, ລະຫວ່າງສະມາຊິກລັດຖະສະພາຂອງ 2 ປະເທດ… ທ່ານກໍ່ເນັ້ນໜັກວ່າ, ຕ້ອງສືບຕໍ່ເສີມຂະຫຍາຍກົນໄກສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ; ສະໜັບສະໜູນຫຼັກໝັ້ນຂອງກັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງເພີ່ມທະວີການຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ກັບຄະນະເລຂາສະພາສູງ ມາເລເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ