ບັນ​ດາ​ປະ​ເທດ​ເຂດ​ອ່າວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ BRICS

(VOVWORLD) - ວັນທີ 9 ກັນຍາ, ສະພາຮ່ວມມືເຂດອ່າວ (GCC), ໄດ້ຈັດຕັ້ງກອງປະຊຸມນັດສາມັນຢູ່ ນະຄອນຫລວງ Riyad ຂອງ ຊາອຸດີ ອາຣັບບີ.
ບັນ​ດາ​ປະ​ເທດ​ເຂດ​ອ່າວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ BRICS - ảnh 1(ພາບປະກອບ: Arabian Business)

 ຢູ່ນອກກອງປະຊຸມ, ລັດຖະມົນຕີການຕ່າງປະເທດບັນດາປະເທດ GCC ໄດ້ດຳເນີນກອງປະຊຸມປຶກສາຫາລືສະເພາະກັບບັນດາຄູ່ຮ່ວມມືທີ່ມາຈາກ 3 ພື້ນຖານເສດຖະກິດໃຫຍ່ຂອງໂລກ ແລະ ລ້ວນແຕ່ແມ່ນສະມາຊິກໃນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ - BRICS.

ສື່ມວນຊົນພາກພື້ນໃຫ້ຮູ້ວ່າ: ຄຽງຂ້າງບັນຫາເປີດກວ້າງການຮ່ວມມືລະຫວ່າງບັນດາປະເທດ GCC ກັບ 3 ປະເທດສະມາຊິກຂອງ BRICS, ບັນດາກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ GCC ກັບລັດຖະມົນຕີ ລັດເຊຍ, ອິນເດຍ ແລະບຣາຊິນ ຍັງສຸມໃສ່ປຶກສາຫາລືບາງບັນຫາຂອງພາກພື້ນ ແລະ ສາກົນທີ່ຕ່າງຝ່າຍມີຄວາມສົນໃຈຄື: ການປະທະກັນຢູ່ເຂດ ກາຊາ, ການປະທະກັນ ລະຫວ່າງ ລັດເຊຍ ແລະ ຢູແກຼນ, ຄວາມສຳຄັນຂອງການຮ່ວມມືຫລາຍຝ່າຍ ແລະການເຊື່ອມຕໍ່ເສດຖະກິດ.

ນັກຂ່າວ VOV ປະຈຳ ອິຢິບ. 

ຕອບກັບ

ຂ່າວ/ບົດ​ອື່ນ