ການນຳຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດກຳປູເຈຍ

ການນຳຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດກຳປູເຈຍ - ảnh 1
( ທ່ານ​ປະທານ​ປະ​ເທດ Truong Tan Sang
​ຕ້ອນຮັບ​ທ່ານ Samdech Heng Samrin, ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ )

( vovworld ) -    ຕອນ​ບ່າຍ​ວັນ​ທີ 23/7, ຢູ່​ຮ່າ​ໂນ້ຍ, ​​ເມື່ອໃຫ້ການ​ຕ້ອນຮັບ​ທ່ານ Samdech Heng Samrin, ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ທີ່​ພວມ​ຢູ່ຢ້ຽມຢາ​ມສັນທະ​ວະ​ໄມຕີ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ປະທານ​ສະພາ​ແຫ່ງ​ຊາດ​ກຳ​ປູ້​ເຈຍ ມາ​ຢ້ຽມຢາມ​ຫວຽດນາມ​ ກົງກັບ​​ໂອກາດ​ທີ່​ສອງ​ປະ​ເທດ​ພວມ​ສະ​ເຫຼື​ມສະຫຼອງ “ປີ​ແຫ່ງ​ຄວາມ​ສາມັກຄີ​ມິ​ດຕະພາບ​ຫວຽດນາມ - ກຳປູ​ເຈຍ 2012 ​ແລະ ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ”. ທ່ານ​ປະທານ​ປະ​ເທດ Truong Tan Sang​ໄດ້​ເນັ້ນ​ໜັກ​ວ່າ ພາຍຫຼັງ​ການ​ຢ້ຽມຢາມກຳປູ​ເຈຍ ​ຂອງ​ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ແລະ ທ່ານ​ປະທານ​ສາພາ​ແຫ່ງ​ຊາດ Nguyen Sinh Hung, ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ປະທານ​ສາ​ແຫ່ງ​ຊາດ​ກຳປູ​ເຈຍ Samdech Heng Samrin ​ແມ່ນ​ຂີດ​ໝາຍ​ສຳຄັນ​ເພື່ອ​ແນ​ໃສ່​ຊຸກຍູ້​ສາຍ​ພົວພັນ​ສາມັກຄີມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ບ້າຍ​ໃກ້​ເຮືອນ​ຄຽງ. ທ່ານ​ປະທານ​ປະ​ເທດ​ປາດ​ຖະໜາ​ວ່າ ສອງ​ປະ​ເທດຈະ​ເພີ່ມ​ທະວີ​ແບ​ງປັນ​ບົດຮຽນ, ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ ​ແລະ ພິ​ເສດ​ແມ່ນ​ຜັນ​ຂະຫຍາຍ​ບັນດາ​ເອກະສານ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ໂດຍ​ໄວ ​ເພື່ອ​ແນ​ໃສ່​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ ​ແລະ ສາຍ​ພົວພັນ​ມິດຕະພາບລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ.


ການນຳຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດກຳປູເຈຍ - ảnh 2
ທ່ານ Huynh Dam ແລະ ​ທ່ານ Samdech Heng Samrin
( ພາບ: voh.com.vn )

ແລະກໍ​ໃນຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ Huynh Dam ກໍ​​ໄດ້ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ລາ​ຊະ​ອານາຈັກ​ກຳປູ​ເຈຍ ​ໂດຍ​ທ່ານ Samdech Heng Samrin, ປະທານ​ສະພາ​ແຫ່ງ​ຊາດ​ປະທານ​ສະພາສາມັກຄີ​ພັດທະນາ​ແຫ່ງ​ຊາດ​ກຳປູ​ເຈຍ​ ​ນຳ​ໜ້າທີ່​ພວມ​ຢູ່​ຢ້ຽມຢາ​ມສັນທະ​ວະ​ໄມຕີ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Samdech Heng Samrin ​ໄດ້​ຕີ​ລາຄາ​ສູງ​ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ນ້ຳ​ໃຈມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມືຮອບດ້ານ, ໝັ້ນຄົງ​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ທີ່​ຜ່ານ​ມາ; ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ສະໜັບສະໜູນ ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ, ​ລ້ຳ​ຄ່າ, ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ເຊິ່ງຫວຽດນາມ​ສະຫງວນ​ໃຫ້​ແກ່​ກຳປູ​ເຈຍ ​ໃນ​ພາລະກິດ​ປົດ​ປ່ອບຊາດ, ກູ້​ເອົາ​ປະຊາຊົນ​ໃຫ້​ຫຼຸດ​ຜົ້ນອອກ​ຈາກ​ລະບອບ​ດັບ​ສູນ​ເຊື້ອ​ຊາດ ​ກໍ​ຄື​ໃນ​ພາລະກິດ​ປອງ​ດອງ​ຊາດ, ສ້າງສາ​ປະ​ເທດ​ຊາ​ດຄືນ​ໃໝ່ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ປະທານຄະນະກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ Huynh Dam ​ໄດ້ສະ​ແດງ​ຄວາມ​ເຊື້ອ​ໝັ້ນ​ວ່າ ​ແນວ​ໂຮມ​ສາມັກຄີ​ພັດທະນາ​ກຳປູ​ເຈຍ ພ້ອມ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ສືບ​ຕໍ່​ປະຕິບັດ​ໂຄງການ, ​ເນື້ອ​ໃນ​ເຊິ່ງສອງ​ຝ່າຍ​ໄດ້​ລົງ​ນາມ​ເມື່ອ​ປີ 2011 ​ເປັນ​ຢ່າງ​ດີ.

​ແນວ​​ໂຮມຂອງສອງ​ປະ​ເທດ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ຂົນຂວາຍ​ບັນດາ​ຂັ້ນ, ຂະ​ແໜງ​ການ ​ແລະ ປະຊາຊົນ​ປະຕິບັດ​ບັນດາ​ຄ​ຳໝັ້ນ​ສັນຍາ​ເຊິ່ງສອງ​ລັດ, ສອງ​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ເປັນ​ຢ່າງ​ດີ. ສືບ​ຕໍ່​ສົມທົບ​ກັນ​ຂົນຂວາຍ​ປະຊາຊົນ​ສ້າງ​ເສັ້ນ​ຊາຍ​ແດນ​​ສັນຕິພາບ, ມິດຕະພາບ, ​ກາຍ​ເປັນ​ເສັ້ນ​ຊາຍ​ແດນ​​ສະຫງົບ ​ແລະ ສະ​ແດງ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງປະຊາຊົນສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ