( vovworld ) - ວັນທີ 8 ກຸມພາ, ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ມົດສະກູ Mahmoud Reza Sajjadi ໃຫ້ຮູ້ວ່າ ອີຣານ ອາດຈະບຸກໂຈມຕີບັນດາກຳລັງທະຫານຂອງ ອາເມລິກາ ໃນທົ່ວໂລກຖ້າຫາກ ອາເມລິກາ ບຸກຈົມຕີ ອີຣານ. ທີ່ການປະຊຸມຂ່າວຢູ່ ມົດສະກູ, ທ່ານເອກອັກຄະລັດຖະທູດ Sajjadi ເວົ້າວ່າ ຖ້າຫາກ ອາເມລິກາ ດຳເນີນການບຸກໂຈມຕີແນໃສ່ ອີຣານ ຈະແມ່ນເລື່ອງທີ່ຜິດພາດຂອງ ເອເມລິກາ ເຖິງວ່າ ອາເມລິກາ ໄດ້ຖະແຫຼງວ່າບໍ່ມີແຜນການຄືດັ່ງກ່າວ. ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ອາເມລິກາ ຮູ້ດີ ອີຣານ ແມ່ນປະເທດຄືແນວໃດ ແລະ ມີຄວາມສາມາດບົ່ມຊ້ອນຄືແນວໃດ. ການບຸກໂຈມຕີແນໃສ່ ອີຣານ ຈະແມ່ນການກະທຳຂ້າຕົວຕາຍສຳລັບ ອາເມລິກາ.
ໃນຂະນະນັ້ນ, ວັນທີ 8 ກຸມພາ, ທ່ານປະທານາທິບໍດີ ອິສະຣາແອນ Shimon Peres ໄດ້ຝາກສານສັນຕິພາບເຖິງປະຊາຊົນ ອີຣານ ໂດຍຢືນຢັນວ່າ, ປະຊາຊົນສອງປະເທດບໍ່ຈຳເປັນຕ້ອງກາຍເປັນສັດຕູຕໍ່ກັນ. ສານຖຶກຝາກໄປໃນສະພາບການທີ່ໃນອາທິດມໍ່ໆມານີ້ໄດ້ມີຂ່າວເລື່ອງກອງທັບຂອງ ອິດສະຣາແອນ ອາດຈະບຸກໂຈມຕີທາງອາກາດໃສ່ ອີຣານ.