ການປະກວດຫລິ້ນ piano ສາກົນ ຄັ້ງທີ 2 - ຮ່າໂນ້ຍປີ 2012

ການປະກວດຫລິ້ນ piano ສາກົນ ຄັ້ງທີ 2 - ຮ່າໂນ້ຍປີ 2012 - ảnh 1
​ການ​​ປະ​ກວດ​ຫລິ້ນ  piano ສາກົນ ຄັ້ງ​ທີ 2
ພາບ: internet

(vovworld) -  ພາຍຫລັງ​​ການ​ປະ​ກວດມາ​ເປັນ​ເວລາ 8 ວັນ, ​ການ​​ປະ​ກວດ​ຫລິ້ນ  piano ສາກົນ ຄັ້ງ​ທີ 2 ຢູ່ ຮ່າ​ໂນ້ຍປີ 2012 ​ອັດ​ລົງຢ່າງ​ຈົບງາມ​ໃນຕອນ​ຄຳ່​ວັນ​ທີ 11/9 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 53 ຄົນ​ມາ​ຈາກ 10 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ.  ໝາກຜົນ​ຂອງ​ການ​ແຂ່ງຂັນ​: ນ້ອງ Phan Thien Bach Anh ອາຍຸ 10 ປີ ​ແມ່ນ​ນັກຮຽນ​ສະ​ຖາ​ບັນ​ດົນຕີ​ແຫ່ງ​ຊາດ ຫວຽດນາມ ຄ້ວາ​ໄດ້​ລາງ​ວັນ​ທີ​ 1 ໃນ​ສາຍ A. ນີ້​ແມ່ນ​ຄັ້ງ​ທຳ​ອິດ ນັກຮຽນ ຫວຽດນາມ ຄ້ວາ​ໄດ້​ລາງວັນ​ທີ 1 ​ໃນ​ການ​ປະ​ກວດຫລິ້ນ piano ສາກົນ ຮ່າ​ໂນ້ຍ.  ລາງວັນ​ທີ 2 ​ໄດ້​ແກ່​ນັກຮຽນ  Nguyen The Vinh  ຂອງ ຫວຽດນາມ ​ແລະ Huang Tung - Jiuan ​ຂອງ​ໄຕ້​ຫວັນ - ຈີນ. ສ່ວນ​ໃນ​ສາຍ C  ຊື່ງ​​ແມ່ນ​ສາຍ​ມີ​ລະດັບ​ສູງ​ກວ່າ, ນັກຮຽນ ຫວຽດນາມ ສາມາດ​ຄ້ວາ​ໄດ້​ພຽງລາງວັນ​ທີ 3. ລາງວັນ​ທີ 1 ​ແລະ ທີ 2 ຂອງ​ສາຍ B ​ແມ່ນ​ໄດ້​ແກ່​ນັກຮຽນ​ຂອງ ສ​ເກົາຫລີ. ລາງວັນ​ທີ 1 ​ແລະ ທີ 2 ຂອງ​ສາຍ C ​ແມ່ນ​ໄດ້​ແກ່​ນັກຮຽນ ຍີ່​ປຸ່ນ. ນັກ​ສິລະ​ປິນປະຊາຊົນ, ສາ​ສະ​ດາ​ຈານ Tran Thu Ha ປະທານ​ສະພາກວດສ​ອບການ​ປະ​ກວດ ຫລິ້ນ piano ສາກົນ ຄັ້ງ​ທີ 2 ຮ່າ​ໂນ້ຍ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ຜ່ານການ​ຈັດ​ຕັ້ງ​ງານ​ປະ​ກວດຫລິ້ນ piano ເປັນ​ເທື່ອ​ທີ 2, ​ຄຸນ​ນະພາ​ບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​. ຄຽງ​ຄູ່​ກັນ​ນັ້ນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ດົນຕີ ​ແມ່ນ​ການ​ທົດ​ສອບ​ໃຫຍ່ສຳລັບ​ບັນດາ​ນັກຮຽນ, ພິ​ເສດ ​ແມ່ນ​ນັກຮຽນ ຫວຽດນາມ. ”

        ງານ​ລາຕີ​ມອບ​ລາງວັນ​ຈະ​ດຳ​ເນີນ​ໄປ​ໃນ​ຕອນ​ຄຳ່​ວັນ​ທີ 12/9 ຢູ່ ​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ.

 

 

ຂ່າວ/ບົດ​ອື່ນ