ການປະຊຸມຂ່າວກ່ຽວກັບ ໝາກຜົນກອງປະຊຸມ FAO 31
ກອງປະຊຸມ FAO
ພາບປະກອບ:dangcongsan.vn
|
(vovworld) - ວັນທີ 15/3, ຢູ່ຮ່າໂນ້ຍໄດ້ດຳເນີນການປະຊຸມຂ່າວປະກາດໝາກຜົນຂອງກອງປະຊຸມຂອງອົງການອະຫານ ແລະ ການກະເສດສະຫະປະຊາຊາດ (FAO ) ຄັ້ງທີ 31 ພາກພື້ນອາຊີປາຊີຟິກ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງແຕ່ວັນທີ 12 - 16/3. ທີ່ການປະຊຸມຂ່າວ, ທ່ານ ກາວດຶກຟາດ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຢັນຢັນທັດສະນະຂອງລັດຖະບານຫວຽດນາມ ແມ່ນພ້ອມແລ້ວແບ່ງປັນບົດຮຽນ ແລະ ການຮ່ວມມືກັບບັນດາປະເທດພັດທະນາກະສິກຳ, ຊົນນະບົດ. ໃນໄລຍະຈະມາເຖິງ, ຫວຽດນາມຈະບໍ່ຈຳກັດ ໂກຕາສົ່ງອອກເຂົ້າສານ. ສ່ວນທ່ານ Jose Graziano da Silva ຜູ້ອຳນວຍການໃຫຍ່ FAO ໃຫ້ຮູ້ວ່າ: FAO ພວມຊຸກຍູ້ວິທີສຳພັດໃຫມ່ໃນການຜະລິດກະສິກຳທີ່ມີຊ່ືວ່າ: ປົກປັກຮັກສາ ແລະ ເຕີບໂຕ. FAO ກໍພວມສະຫນອງຂໍ້ມູນຂ່າວສານເພື່ອຊ່ວຍໃຫ້ບັນດາປະເທດຈຳກັດການນຳໃຊ້ທາດເຄມີ, ຝຸ່ນເຄມີ ແລະ ຢາປາບສັດຕູພືດໃນການຜະລິດກະສິກຳ.