ການປະຊຸມຂ່າວກ່ຽວກັບໝາກຜົນກອງປະຊຸມສຸດຍອດອາຊຽນ24

ການປະຊຸມຂ່າວກ່ຽວກັບໝາກຜົນກອງປະຊຸມສຸດຍອດອາຊຽນ24 - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 24
(ພາບປະກອບ)

(vovworld) – ຄະນະ​ເລຂາ ອາ​ຊຽນ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ຢູ່​ສຳນັກງານ​ທີ່ Jakarta ​ໃນ​ວັນ​ທີ 16/5, ສະຫລຸບ​ໝາກຜົນ​ທີ່​ບັນລຸ​ໄດ້​ທີ່​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 24 ຖືກ​ດຳ​ເນີ​ນ​ໄປ​ຢູ່​ນະຄອນຫຼວງ Nay Pyi Taw ປະ​ເທດ ມຽນມາ ​​ແຕ່​ວັນ​ທີ 10 ຫາ 11/5.

    ທີ່​ການ​ປະຊຸມ​ຂ່າວ, ທ່ານ​ເລຂາ​ທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ ຊີ້​ແຈ້ງວ່າ: ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 24 ບັນລຸ​ໄດ້​ໝາກຜົນ​ຕັ້ງໜ້າ​ດ້ວຍ​ເລື່ອງ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015, ຊຸກຍູ້​ການ​ຮ່ວມ​ມື​ພາກ​ພື້ນ​ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ບົນ​ຈິດ​ໃຈ​ສະ​ເໝີ​ພາບ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ຄວາມ​ສະຫງົບ, ສະຖຽນ​ລະ​ພາບ, ຄວາມ​ກ້າວໜ້າ ​ແລະ ຄວາມ​ວັດ​ທະນາ​​ຖາວອນ ​ໃນ​ພາກ​ພື້ນ. ພິ​​ເສດ, ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ 20 ປີ, ອາ​ຊຽນ ​ໄດ້​ຍົກ​ອອກ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ຢືນຢັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ​ບົນ​ທະ​ເລ​ຕາ​ເວັນ​ອອກ​​ແມ່ນ​ບັນຫາ​ລວມຂອງ ອາ​ຊຽນ. ຖະ​ແຫຼ​ງການ​ຮ່ວມ​​ເນັ້ນ​ໜັກ​ວ່າ: ອາ​ຊຽນ ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ຝ່າຍ​ປະຕິບັດ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ ສປຊ ​ກ່ຽວ​ກັບກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS) ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ຕາມ​ບັນດາ​ຫຼັກ​ກາ​ນຄື: ຖະ​ແຫຼ​ງການ​ຮ່ວມ 6 ຂໍ້​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ