ການ​ປະ​ທະ​ກັນ ຮາ​ມາດສ - ອິດ​ສະ​ລາ​ແອັນ: ຮາ​ມາດ​ສ​ບໍ່​ຈັດ​ສົ່ງ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ

(VOVWORLD) - ຮາມາດສ ຮຽກຮ້ອງບັນດານັກໄກ່ເກ່ຍສະເໜີແຜນການອີງຕາມບັນດາການເຈລະຈາໃນເມື່ອກ່ອນນີ້, ແທນທີ່ຈະເຂົ້າຮ່ວມບັນດາການເຈລະຈາຄັ້ງໃໝ່ເພື່ອບັນລຸໄດ້ຂໍ້ຕົກລົງ.
ການ​ປະ​ທະ​ກັນ ຮາ​ມາດສ - ອິດ​ສະ​ລາ​ແອັນ: ຮາ​ມາດ​ສ​ບໍ່​ຈັດ​ສົ່ງ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ - ảnh 1ພາບປະກອບ:THX/TTXVN

ວັນທີ 11 ສິງຫາ, ຜູ້ນຳຂະບວນການອິດສະລາມ ຮາມາດສ ຂອງ ປາແລັດສະຕິນ ໃຫ້ຮູ້ວ່າ ເຂົາເຈົ້າບໍ່ມີແຜນການຈັດສົ່ງຄະນະຜູ້ແທນເຂົ້າຮ່ວມບັນດາການເຈລະຈາໄກ່ເກ່ຍກັບ ອິດສະລາແອັນກ່ຽວກັບຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນຕົວປະກັນ ເຊິ່ງຄາດວ່າຈະດຳເນີນຢູ່ ກາຍໂຣ ຫຼື ໂດຮາ ໃນວັນທີ 15 ສິງຫາຈະມາເຖິງ. ຮາມາດສ ຮຽກຮ້ອງບັນດານັກໄກ່ເກ່ຍສະເໜີແຜນການອີງຕາມບັນດາການເຈລະຈາໃນເມື່ອກ່ອນນີ້, ແທນທີ່ຈະເຂົ້າຮ່ວມບັນດາການເຈລະຈາຄັ້ງໃໝ່ເພື່ອບັນລຸໄດ້ຂໍ້ຕົກລົງ.

ກ່ອນໜ້ານັ້ນ, ວັນທີ 9 ສິງຫາ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະລາແອັນ ປະກາດວ່າ ປະເທດນີ້ຈະຈັດສົ່ງຄະນະຜູ້ແທນເຂົ້າການເຈລະຈາໃນວັນທີ 15 ສິງຫາ “ເພື່ອປະຕິບັດສຳເລັດບັນດາລາຍລະອຽດກ່ຽວກັບການປະຕິບັດຂໍ້ຕົກລົງແມ່” ທີ່ກ່ຽວຂ້ອງເຖິງການຢຸດຍິງ ແລະ ແລກປ່ຽນຕົວປະກັນ. ບັນດາແຫຼ່ງຂ່າວພາຍໃນ ອິດສະລາແອັນໄດ້ສະແດງຄວາມປະເອີບໃຈກ່ຽວກັບການເຈລະຈາຄັ້ງທີ່ຈະມາເຖິງ, ຖືວ່າ ຂໍ້ຕົກລົງອາດຈະໄດ້ຮັບຜັນຂະຫຍາຍໃນທັນທີພາຍຫຼັງທີ່ປະຕິບັດສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ