ການປະທະກັນທີ່ ນອງເລືອດ ລະຫວ່າງກອງທັບ ກັບຝ່າຍຄ້ານ ຊີຣີ

ການປະທະກັນທີ່ ນອງເລືອດ ລະຫວ່າງກອງທັບ ກັບຝ່າຍຄ້ານ ຊີຣີ  - ảnh 1
ການ​ປະ​ທະ​ກັນ​ລະຫວ່າງ​ກອງທັບ​ກັບ​ຝ່າຍ​ຄ້ານ ຊີຣີ ​ໄດ້​ເກີດ​ຂຶ້ນ​ຢ່າງ    ​ດຸ​ເດືອດ​ຢູ່​ທາງ​ກ້ຳ​ໃຕ້​ຂອງ​ນະຄອນຫຼວງ Damacus ເມື່ອວັນ​ທີ 22/8
(ພາບ: internet)


Vovworld - ວັນ​ທີ 22/8 ການ​ປະ​ທະ​ກັນ​ລະຫວ່າງ​ກອງທັບ​ກັບ​ຝ່າຍ​ຄ້ານ ຊີຣີ ​ໄດ້​ເກີດ​ຂຶ້ນ​ຢ່າງ​ດຸ​ເດືອດ​ຢູ່​ທາງ​ກ້ຳ​ໃຕ້​ຂອງ​ນະຄອນຫຼວງ Damacus ​ແນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຢ່າງ​ໜ້ອຍ 37 ຄົນ . ສຳນັກ​ຂ່າວສານ​ແຫ່ງ​ລັດ ຊີຣີ SANA ​ໄດ້​ຄັດ​ແຫຼ່ງຂ່າວ​ຢ່າງ​ເປັນ​ທາງ​ການ​ໃຫ້​ຮູ້​ວ່າ ກອງທັບ​ລັດຖະບານ​ໄດ້​ປະ​ທະ​ກັນ​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ປະກອບ​ອາວຸດ​ຢູ່​ເຂດ​ຊານ ນະຄອນຫຼວງ Damacus ຊຶ່ງ​ໄດ້​ຢຶດ​ເອົາ​ຫຼາຍ​ອາວຸດ ​ແລະ ​ໄດ້​ຄົ້ນ​ພົບ​ຮາກ​ຖານ​ຜະລິດ​ລູກລະ​ເບີດ. ​ໃນ​ຂະນະ​ນັ້ນ, ກອງທັບ ຊີຣີ ​ໂດຍ​ມີ​ການ​ຄຸ້ມ​ກັນ​ຈາກ​ລົດ​ຖັງ , ​ເຮືອບິນ​ເອລີກ​ອບ​ເຕີ, ​ໄດ້​ຕີ​ຖອຍ​ກຳລັງ​ຝ່າຍ​ຄ້າຍ​ອອກ​ຈາກບໍລິ​ເວນ​ທາງ​ກ້ຳ​ໃຕ້​ຂອງ​ນະຄອນຫຼວງ Damacus ຊຶ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ຖານ​ທີ່ໝັ້ນ​ຂອງຂອງ​ກຳລັງ​ນີ້.

ຂ່າວ/ບົດ​ອື່ນ