ການປະທະກັນນອງເລືອດຢູ່ນະຄອນຫຼວງລີບີ
ພາບປະກອບ
(ຈາກ: Reuters)
(vovworld) – ລັດຖະມົນຕີສາທາລະນະສຸກ ລີບີ ທ່ານ Nureddin Doghman ໃຫ້ຮູ້ວ່າ: ວັນທີ 15/11, ຢ່າງໜ້ອຍສຸດມີ 32 ຄົນເສຍຊີວິດ ແລະ ເກືອບ 400 ຄົນຖືກຮັບບາດເຈັບຢູ່ນະຄອນຫຼວງ ຈີໂປລີ ຂອງປະເທດນີ້ພາຍຫຼັງການແຫ່ຂະບວນປະທ້ວງຮຽກຮ້ອງບັນດາກຸ່ມປະກອບອາວຸດທີ່ເຄີຍໜູນຊ່ວຍການໂຄ່ນລົ້ມອະດີດການນຳ Muammar Gaddadfi ຖອນອອກຈາກນະຄອນຫຼວງ, ກາຍເປັນການໃຊ້ຄວາມຮຸນແຮງ.
ການໃຊ້ຄວາມຮຸນແຮງເກີດຂຶ້ນເມື່ອບັນດາມືປືນຍິງໃສ່ປະຊາຊົນແຫ່ຂະບວນປະທ້ວງນັບຮ້ອຍຄົນໃນວີນລາຕ່າງໆຢູ່ເມືອງ Gharghour, ເຊິ່ງແມ່ນສຳນັກງານຂອງກຸ່ມປະກອບອາວຸດ Misrata ຢູ່ທິດໃຕ້ນະຄອນຫຼວງ ຈີໂປລີ. ຫຼັງຈາກນັ້ນ, ບັນດາມືປືນໄດ້ຈຸດເຜົາວີນລາເຫຼົ່ານັ້ນ.
ລັດຖະບານ ລີບີ ໄດ້ຊຸກຍູ້ບັນດາຝ່າຍປະກອບອາວຸດຢຸດຍິງເພື່ອໃຫ້ອຳນາດການປົກຄອງອາດຈະຍົກອອກມາດຕະການຈຳເປັນເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍຢູ່ນະຄອນຫຼວງ.