ການພົບປະກັບບັນດາເອກອັກຄະລັດຖະທູດແລະຫົວໜ້າກົງສູນທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງ

ການພົບປະກັບບັນດາເອກອັກຄະລັດຖະທູດແລະຫົວໜ້າກົງສູນທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງ - ảnh 1
ທ່ານ​ຫງວຽນ​ທ້ຽນ​ເຍິນ ພົບ​ປະ​ກັບ​ບັນດາ​ເອກ​ອັກຄະ​ລັດຖະທູດ
​ແລະ ຫົວໜ້າ​ກົງ​ສູນ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ

(vovworld) - ຕອນ​ເຊົ້າ​ວັນ​ທີ 17/6, ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ພົບ​ປະ​ກັບ​ບັນດາ​ເອກ​ອັກຄະ​ລັດຖະທູດ ​ແລະ ຫົວໜ້າ​ກົງ​ສູນ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ (ອາຍຸ​ການ 2016-2019) . ນະ​ທີ່​ນີ້, ທ່ານ​ປະທານ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໄດ້​ອວຍພອນບັນດາ​ເອກ​ອັກຄະ​ລັດຖະທູດ ​ແລະ ຫົວໜ້າ​ກົງ​ສູນຈົ່ງປະຕິບັດ​ສຳ​ເລັດ​ໜ້າ​ທີ່​​ເຊິ່ງໄດ້​ຮັບ​ມອບ​ໝາຍ​ຢ່າງ​ຈົບງາມ, ປະກອບສ່ວນ​​ເຂົ້າ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ດີ​ເດັ່ນ; ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ເຊື່ອມ​ໂຍງ​ປະຈຸ​ບັນ​ນີ້, ສ້າງ​ຂີດ​ໝາຍ​ໃນ​ອາຍຸ​ການ​ນີ້. ທ່ານ​ປະທານ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ສະ​ເໜີ ບັນດາ​ເອກ​ອັກຄະ​ລັດຖະທູດ ​ແລະ ຫົວໜ້າ​ກົງ​ສູນ, ​ໃນ​ຖານະ​ບົດບາດ​ຂອງ​ຕົນ​ສືບ​ຕໍ່​ຍາດ​ແຍ່ງ​ໂອກາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​​ໃນ​ໂລກ, ປະກອບສ່ວນ​ສ້າງ​ແຫຼ່ງກຳລັງ​ຕື່ມ​ອີກ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຊາດ; ສະ​ແຫວ​ງຫາ​ການ​ສະໜັບສະໜູນ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ, ປະກອບສ່ວນ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ​ຂອງ​ຊາດ. ຄຽງ​ຂ້າງ​ນັ້ນ​, ຄວນ​ດຶງ​ດູດ​ການ​ປະກອບສ່ວນ​ຂອງ​ຊາວ ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ, ​ເປັນ​ຂົວ​ຕໍ່​ເພື່ອ​ໃຫ້​ຊາວ ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ສະໜິດຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງ​ນອນ, ກັບປະ​ເທດ​ຊາດ, ຜ່ານ​ນັ້ນ​ປະກອບສ່ວນ​ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ເພື່ອສ້າງສາ ​ແລະ ​ປົກ​ປັກ​ຮັກສາປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ