ການ​ພົບ​ປະ​ຂັ້ນ​ສູງ​ລະ​ຫວ່ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

(VOVWORLD) - ວັນທີ 11 ກັນຍາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ໄດ້ດຳເນີນການພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວໂດຍທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ເປັນປະທານຮ່ວມ

ການ​ພົບ​ປະ​ຂັ້ນ​ສູງ​ລະ​ຫວ່ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ - ảnh 1ການພົບປະຂັ້ນສູງລະຫວ່ງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ
(ພາບ: nhandan.vn)

ທີ່ການພົບປະ,ເລຂາທິການໃຫຍ່, ປະທານປະເທດສອງປະເທດ ເຫັນດີເປັນເອກະພາບສືບຕໍ່ປັບປຸງ ແລະ ເພີ່ມເຕີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ສະແດງຄວາມດີໃຈກ່ຽວກັບການພົວພັນລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ທີ່ນັບມື້ນັບພັດທະນາທີ່ດີງາມ ແລະ ຖືເປັນສຳຄັນ ກໍ່ຄືປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງສາມພັກ, ສາມປະເທດ, ໃນນັ້ນປະຕິບັດໝາກຜົນຂອງການພົບປະລະຫວ່າງການນຳສາມພັກ, ກໍ່ຄືກົນໄກຮ່ວມມືສາມຝ່າຍໃຫ້ເປັນຢ່າງດີ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເນັ້ນໜັກວ່າ ຕ້ອງສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດ, ການຄ້າ ເພື່ອສົມກັບຂອບຂະໜາດການພົວພັນດ້ານການເມືອງ ແລະ ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຕ່ລະປະເທດ, ສຸມໃສ່ແກ້ໄຂບັນດາຈຸດຄົງຄ້າງໃນການຮ່ວມມື, ຊຸກຍູ້ການເຊື່ອມຕໍ່, ໜູນຊ່ວຍລະຫວ່າງສອງພື້ນຖານເສດຖະກິດ ຫວຽດນາມ - ລາວ ແລະ ລະຫວ່າງສາມພື້ນຖານເສດຖະກິດ ຫວຽດນາມ -ລາວ - ກຳປູເຈຍ.

ບັນດາການນຳພັກຂອງສອງພັກ, ສອງລັດໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງຄວນຕັ້ງໜ້າຜັນຂະຫຍາຍບັນດາການກຳນົດທິດຈຸດສຸມໂດຍການນຳສອງຝ່າຍເຫັນດີເປັນເອກະພາບ, ສືບຕໍ່ນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ແມ່ນຫຼັກແຫຼ່ງແກ່ນສານໃນການກຳນົດທິດສັງລວມການພົວພັນຮ່ວມມື; ປະສົມປະສານຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດ, ພ້ອມກັນກະກຽມການຈັດຕັ້ງກອງປະຊູມໃຫຍ່ທຸກຂັ້ນຂອງພັກໃຫ້ເປັນຢ່າງດີ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ, ເພີ່ມທະວີ ແລະ ເສີມຂະຫຍາຍການຮ່ວມມືຫຼັກແຫຼ່ງກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ຫຼາຍກ່ວາອີກ.

ແລະກໍ່ໃນຕອນບ່າຍວັນທີ 11 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຢັ້ງຢືນ ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍ ລາວ ຮັບດຳລົງບົດບາດເປັນປະທານ ອາຊຽນ ແລະ ປະທານສະພາລະຫວ່າງລັດຖະສະພາ ອາຊຽນ (AIPA 45) ຢ່າງສຳເລັດຜົນ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ໜູນຊ່ວຍດ້ານວິຊາການ ໃນບັນດາບັນຫາເຊິ່ງ ຫວຽດນາມ ມີທ່າແຮງ. ດຳເນີນການໂອ້ລົມສົນທະນາຫົວເລື່ອງສະເພາະ, ແລກປ່ຽນບົດຮຽນປະສົບການລະຫວ່າງສອງສະພາແຫ່ງຊາດ, ສຸມໃສ່ບັນດາບັນຫາທີ່ ລາວ ແລະ ຫວຽດນາມ ມີຄວາມສົນໃຈ, ຄື: ຄົ້ນຄ້ວາດ້ານນິຕິບັນຍັດ, ປັບປຸງລັດຖະທຳມະນູນ, ສ້າງ ແລະ ຜັນຂະຫຍາຍນະໂຍບາຍພັດທະນາເສດຖະກິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ