ການພົບປະຂັ້ນສຸດຍອດ ອາເມລິກາ - ຈີນ

ການພົບປະຂັ້ນສຸດຍອດ ອາເມລິກາ - ຈີນ - ảnh 1
ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ອາ​ເມ​ລິ​ກາ - ຈີນ
(ພາບ: cand.com.vn)


(vovworld) - ວັນ​ທີ 07/06, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສື​ຈິພິງ ​ເລີ່ມຕົ້ນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ບໍ່​ເປັນ​ທາງ​ການ. ທ່ານ ສື​ຈີພິງ ຈະ​ມີ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ກັບ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຢູ່​ຟາ​ມ Leonore Annenberg ຂຶ້ນ​ກັບ​ລັດ California. ນີ້​ແມ່ນ​ການ​ພົບ​ປະ​ເປັນ​ຄັ້ງ​ທຳ​ອິດ​ລະຫວ່າງ​ບັນດາ​ການ​ນຳ​ສຸງສຸດ​ຂອງ 2 ປະ​ເທດ ພາຍຫຼັງ​ອຳນາດ​ການ​ປົກຄອງ 2 ປະ​ເທດ​ສຳ​ເລັດ​ການ​ມອບ​ໂອນ​ລະຫວ່າງ 2 ອາຍຸ​ການ ​ແລະ ​ແມ່ນ​ການ​ພົບ​ປະ​ເປັນ​ຄັ້ງ​ທຳ​ອິດ​ຢູ່ຟາ​ມ Leonore Annenberg ​ລະຫວ່າງ​ປະມຸກ​ລັດ 2 ປະ​ເທດນັບ​ແຕ່​ປີ 1949. ຄາດ​ວ່າ, 2 ຝ່າຍ​ຈະ​ເຕື້ອງ​ເຖິງ​ບັນດາ​ບັນຫາ​ຄື ອັດຕາ​ລາຄາ​ເງິນ​ຢວນ ​ແລະ ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ການ​ຄ້າຂອງ​ຈີນ, ຄວາມ​ປອດ​ໄພ​ທາງ​ດ້ານ​ອິນ​ເຕີ​ແນ​ດ... 2 ຝ່າຍ ກໍ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື, ສົມທົບ​ຫຼັກ​ໝັ້ນ​ລວມ​ໃນ​ບັນດາ​ບັນຫາ​ນິວ​ເຄຼຍ ຂອງ​ສປປ.​ເກົາຫຼີ, ທະ​ເລ​ຮວາ​ຕຸ​ງ, ອີຣານ, ຊີຣີ ​ແລະ ສະພາບ​ການ​ຢູ່​ອາຊີ​ໃຕ້ ພາຍຫຼັງ​ອາ​ເມ​ລິ​ກາ​ຖອນ​ທະຫານ​ອອກ​ຈາກ​ ອາບ​ກາ​ນິດ​ສຖານ.

ຂ່າວ/ບົດ​ອື່ນ