ການພົບປະສຸດຍອດ ກັບ ສປປ.ເກົາຫຼີ ຈະດໍາເນີນພາຍຫຼັງການເລືອກຕັ້ງກາງສະໄໝ

(VOVWORLD) -ທ່ານ Donald Trump ເວົ້າວ່າ: “ການພົບປະສຸດຍອດນັ້ນ ຈະດໍາເນີນ ພາຍຫຼັງການເລືອກຕັ້ງກາງສະໄໝ. ປັດຈຸບັນ, ຂ້າພະເຈົ້າ ຍັງບໍ່ທັນໄປພົບທ່ານ Kim Jong Un ໄດ້ເທື່ອ”. 

        ວັນທີ 9 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຜີຍໃຫ້ຮູ້ວ່າ ການພົບປະສຸດຍອດຄັ້ງທີສອງລະຫວ່າງ ທ່ານ ກັບ ການນໍາ ສປປ.ເກົາຫຼີ Kim Jong Un ຈະໄດ້ຈັດຂຶ້ນ ພາຍຫຼັງການເລືອກຕັ້ງກາງສະໄໝ ທີ່ອາເມລິກາ ໃນວັນທີ 6 ພະຈິກ. ເມື່ອກ່າວຄໍາເຫັນຕໍ່ວົງການນັກຂ່າວ ໃນຂະນະທີ່ເດີນທາງໄປລັດ Iowa, ທ່ານ Donald Trump ເວົ້າວ່າ: “ການພົບປະສຸດຍອດນັ້ນ ຈະດໍາເນີນ ພາຍຫຼັງການເລືອກຕັ້ງກາງສະໄໝ. ປັດຈຸບັນ, ຂ້າພະເຈົ້າ ຍັງບໍ່ທັນໄປພົບທ່ານ Kim Jong Un ໄດ້ເທື່ອ”.

        ກ່ອນໜ້ານັ້ນ, ໃນວັນດຽວກັນ ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ວຽກງານການກະກຽມໃຫ້ແກ່ການພົບປະສຸດຍອດຄັ້ງທີ 2 ກັບ ການນໍາ ສປປ.ເກົາຫຼີ Kim Jong Un ພວມໄດ້ດໍາເນີນ. ທ່ານ Donald Trump ຍັງເນັ້ນໜັກວ່າ ວິວັດທະນາການເຈລະຈາລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ໄດ້ມີຄວາມຄືບໜ້າທີ່ດີຫຼາຍຢ່າງ “ຊຶ່ງບໍ່ອາດຈະເຊື່ອໄດ້”.


ຕອບກັບ

ຂ່າວ/ບົດ​ອື່ນ