(vovworld) – ວັນທີ 11/7, ຢູ່ນະຄອນດົງຮ່າ, ພະແນກພົວພັນຕ່າງປະເທດແຂວງກວາງຈິ້, ພະແນກພົວພັນຕ່າງປະເທດແຂວງສະຫວັນນະເຂດ ແລະ ພະແນກພົວພັນຕ່າງປະເທດແຂວງ ສາລະວັນ, ສປປລາວ ໄດ້ຕົກລົງກ່ຽວກັບກົນໄກສົມທົບກັນ ແລະ ແລກປ່ຽນຂໍ້ມູນຂ່າວສານໃນວຽກງານພົວພັນຕ່າງປະເທດລະຫວ່າງ 3 ແຂວງ. ທີ່ການເຮັດວຽກ, 3 ອົງການໄດ້ເຫັນດີເປັນເອກະພາບນຳກັນວ່າ ຈະສືບຕໍ່ເປັນເສນາທິການໃຫ້ຂັ້ນການນຳໃນການຊີ້ນຳການປະຕິບັດບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຂົງເຂດເຊິ່ງຝ່າຍຕ່າງໆໄດ້ຮັບຜິດຊອບ. ກ່ຽວກັບວຽກງານຊາຍແດນ, 3 ແຂວງໄດ້ເຫັນດີແຈ້ງໃຫ້ກັນຊາບ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງຄື: ການອົບພະຍົບຢ່າງເສລີ, ອາດສະຍາກຳຢາເສບຕິດ ແລະ ສະເໜີທິດແກ້ໄຂ ບົນຈິດໃຈມິດຕະພາບ, ຮ່ວມມື. ພ້ອມທັງແຈ້ງໃຫ້ກັນຊາບກ່ຽວກັບບັນດາໂຄງການອຸປະຖຳ, ການລົງທຶນຕ່າງປະເທດ ທີ່ຜັນຂະຫຍາຍຢູ່ບັນດາຕາແສງໃນເຂດຊາຍແດນ ເພື່ອສົມທົບກັນຄຸ້ມຄອງຢ່າງມີປະສິດທິຜົນ ກໍຄືຈັດຕັ້ງການສະຫຼຸບລວມກ່ຽວກັບວຽກງານປັກຫຼັກໝາຍຊາຍແດນໃນທົ່ວເຂດຊາຍແດນໃນປີ 2013.
ກ່ຽວກັບກົນໄກແລກປ່ຽນຂໍ້ມູນຂ່າວສານ, 6 ເດືອນເທື່ອໜຶ່ງ, 3 ແຂວງຈະແຈ້ງໃຫ້ກັນຊາບກ່ຽວກັບບັນດາລາຍການ, ເນື້ອໃນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 3 ແຂວງ; ຜັດປ່ຽນກັນຈັດຕັ້ງກອງປະຊຸມປະຈຳປີ ເພື່ອຕີລາຄາໝາກຜົນແຫ່ງການຮ່ວມມື, ສະເໜີບັນດາເນື້ອໃນ, ແຜນການຮ່ວມມືໃໝ່. ກ່ຽວກັບໂຄງການສົມທົບວຽກງານໃນປີ 2012, ສົມທົບກັບບັນດາອົງການສູນກາງ ແລະ 3 ແຂວງ ໃນວຽກງານກະກຽມ ແລະ ຈັດຕັ້ງພິທີສະຫຼຸບການເສັງຊອກຮູ້ປະຫວັດສາດແຫ່ງສາຍພົວພັນມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ ຂອງສອງປະເທດຢູ່ບ້ານດົງ, ແຂວງສະຫວັນນະເຂດ ໃນທ້າຍປີນີ້.