(ພາບ: .google.com.vn)
(vovworld)-ວັນທີ 5/4, ຢູ່ຮ່າໂນ້ຍ, ສະຖານທູດ Venezuela ປະຈຳຫວຽດນາມໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈັດຕັ້ງການເຈລະຈາດ້ວຍຫົວຂໍ້ວ່າ ”10 ປີ ກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດຢູ່ Venezuela” (2002-2012). ທີ່ການເຈລະຈາ, ທ່ານເອອັກຄະລັດຖະທູດ Venezuela ປະຈຳຫວຽດນາມ Jorge Uzca tegui ໄດ້ລາຍງານໂດຍສັງເຂບບັນດາໄລຍະທາງແຫ່ງການຕໍ່ສູ້ປະຫວັດສາດຂອງລັດຖະບານ ແລະ ປະຊາຊົນ Venezuela ເພື່ອຕ້ານຄືນບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ, ໃນ 10 ປີທີ່ຜ່ານມາ, Venezuela ກໍ່ສ້າງລັດແຫ່ງຄວາມສາມັກຄີ, ສັງຄົມນິຍົມ ແລະ Bolivia ໄດ້ຮັບຜົນງານຄືປະຈຸບັນແມ່ນຍ້ອນມີການນຳພາອັນສະຫຼາດສະຫຼຽວຂອງປະທານາທິບໍດີ Hugo Chavez Frias, ໃນນັ້ນມີການສະໜັບສະໜູນຂອງລັດຖະບານ ແລະ ປະຊາຊົນຫວຽດນາມ.
”ພວກຂ້າພະເຈົ້າໄດ້ເຫັນດີນຳກັນວ່າ, ການພົວພັນສາມັກຄີມິດຕະພາບ ບໍ່ພຽງແຕ່ແມ່ນການພົວພັນສະເພາະຂອງສອງລັດຖະບານເທົ່ານັ້ນ, ຫາກພວກຂ້າພະເຈົ້າຫວັງວ່າຄວາມມິດຕະພາບນີ້ນັບມື້ນັບໄດ້ຮັບການເປີດກວ້າງກວ່າອີກ. ຂ້າພະເຈົ້າກໍ່ເຫັນດີກັບການສະເໜີຂອງຝ່າຍຫວຽດນາມ, ນັ້ນແມ່ນສອງປະເທດຄວນມີບັນດາລາຍການຄົ້ນຄ້ວານຳກັນກວ່າອີກ. ພວກຂ້າພະເຈົ້າຈະຈັດສົ່ງພະນັກງານຂອງຕົນມາເຮັດວຽກກັບບັນດາພະນັກງານຂອງຫວຽດນາມ, ເພື່ອຄົ້ນຄ້ວາບັນດາບົດຮຽນຂອງຫວຽດນາມ, ຈາກນັ້ນສາມາດປຽບທຽບບັນດາຜົນສຳເລັດ ແລະ ການປະລາໄຊ, ກໍ່ຄືບັນດາບົດຮຽນພຶດຕິກຳຕົວຈິງຂອງສອງປະເທດໄດ້”