(VOVWORLD) - ການຢ້ຽມຢາມຄັ້ງນີ້ຂອງທ່ານນາງ Daw Aung San Suu Kyi ບໍ່ພຽງແຕ່ເປັນການເຊື່ອມຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດເທົ່ານັ້ນ ຫາກຍັງເປັນການຢັ້ງຢືນເຖິງການພົວພັນຮ່ວມມືຮອບດ້ານໃນທຸກດ້ານ
ທ່ານນາງ Daw Aung San Suu Kyi ແລະ ທ່ານ ຫງວຽນຊວນຟຸກ
|
ໂດຍໄດ້ຮັບຄຳເຊີນຂອງທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ທ່ານນາງ Daw Aung San Suu Kyi, ທີ່ປຶກສາແຫ່ງລັດ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີຫ້ອງວ່າການປະທານາທິບໍດີ ສ. ສະຫະພາບ ມຽນມາ, ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 19 – 20 ເມສາ 2018.
ການຢ້ຽມຢາມຄັ້ງນີ້ຂອງທ່ານນາງ Daw Aung San Suu Kyi ບໍ່ພຽງແຕ່ເປັນການເຊື່ອມຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດເທົ່ານັ້ນ ຫາກຍັງເປັນການຢັ້ງຢືນເຖິງການພົວພັນຮ່ວມມືຮອບດ້ານໃນທຸກດ້ານ ແລະ ສ້າງພື້ນຖານຢ່າງໜັກແໜ້ນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານໃຫ້ນັບມື້ນັບພັດທະນາ, ທັງລວງກ້ວາງ ແລະ ລວງເລິກອີກດ້ວຍ.
ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງທີ່ປຶກສາແຫ່ງລັດ ມຽນມາ Daw Aung San Suu Kyi ຈະມີການເຈລະຈາ 2 ຝ່າຍ ແລະ ການນຳ 2 ຝ່າຍຈະລົງນາມເອກະສານຮ່ວມມືສຳຄັນຫຼາຍສະບັບ. 2 ຝ່າຍຈະປຶກສາຫາລືຕື່ມອີກກ່ຽວກັບມາດຕະການຊຸກຍູ້ການຮ່ວມມືບໍ່ພຽງແຕ່ໃນຂົງເຂດການເມືອງ, ການຄ້າ ແລະ ການລົງທຶນ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຫາກນັບທັງໃນບັນດາຂົງເຂດກະສິກຳ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ເຊື່ອມຕໍ່, ພະລັງງານ, ໂທລະຄົມ, ການທ່ອງທ່ຽວ, ການສຶກສາ ແລະ ພົວພັນແລກປ່ຽນປະຊາຊົນອີກດ້ວຍ.
ຫວຽດນາມ ແລະ ມຽນມາ ກໍ່ຈະແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ, ຍົກອອກມາດຕະການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ທັງຮັບປະກັນຜົນປະໂຫຍດຂອງ 2 ຊາດ, ທັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ຢູ່ໃນໂລກ.