ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ຫວຽດ​ນາມ - ນິວ​ຊີ​ແລນ ຈະ​ເປີດອອກ​ບັນ​ດາ​ໂອ​ກາດ​ໃໝ່

(VOVWORLD) -ສູນສື່ມວນຊົນ ອາຊີ ປະຈຳ ນິວຊີແລນ ຫາກໍ່ສົ່ງຂ່າວເຂັ້ມຂຸ້ມແລ້ວ ກ່ຽວກັບເຫດການ ຫວຽດນາມ ແລະ ນິວຊີແລນ ໄດ້ຍົກລະດັບການພົວພັນຂຶ້ນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການໃນວັນທີ 22 ກໍລະກົດ ແລະ ສະແດງຄວາມເຊື່ອໝັ້ນໃຫ້ບັນດາໂອກາດ ແລະ  ຄວາມສາມາດບົ່ມຊ້ອນຂອງການພົວພັນນີ້ໃນອະນາຄົດ.
ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ຫວຽດ​ນາມ - ນິວ​ຊີ​ແລນ ຈະ​ເປີດອອກ​ບັນ​ດາ​ໂອ​ກາດ​ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: TTXVN) 

ບົດຂຽນໄດ້ຄັດສະເໜີການໃຫ້ຂໍ້ສັງເກດຂອງທ່ານ Mitchell Pham ນັກຊ່ຽວຊານ, ປະທານສະພາດີຈີຕອນ Aotearoa, ສະມາຊິກສະພາທົ່ວໂລກຂອງສະມາຄົມ ອາຊີ, ຫົວໜ້າກຸ່ມວິສາຫະກິດ Augen Software Group, ຕີລາຄາຕໍ່ເລື່ອງ ຫວຽດນາມ ແລະ ນິວຊີແລນ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດແມ່ນ “ສີ່ງທີ່ມະຫັດສະຈັນ”, ຕາມນັ້ນແລ້ວ ລັດຖະບານສອງປະເທດຈະຮ່ວມມືກັນໃຫ້ແໜ້ນແຟ້ນກ່ວາອີກ, ສ້າງກາລະໂອກາດໃໝ່ຕື່ມອີກໃຫ້ແກ່ສອງປະເທດເພື່ອນຳເອົາບັນດາຜົນປະໂຫຍດລວມມາໃຫ້ສອງປະເທດ.

ໃນຂະນະນັ້ນ, ທ່ານ Warrick Cleine - ປະທານ,ຜູ້ອຳນວຍການບໍລິຫານຂອງ KPMG ປະຈຳ ຫວຽດນາມ, ຫົວໜ້າຫ້ອງການການຄ້າ ນິວຊີແລນ ປະຈຳ ຫວຽດນາມ - ໄດ້ແບ່ງປັນວ່າ ເລື່ອງຍົກລະດັບການພົວພັນຫວຽດນາມ - ນິວຊີແລນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດໄດ້ສະແດງໃຫ້ເຫັນ ບາດກ້າວໃໝ່ໃນການພົວພັນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ