ການພົວພັນຫວຽດນາມ-ອິນເດຍພັດທະນາຢ່າງແຮງ
ກອງປະຊຸມສຳມະນາການຄ້າ - ການລົງທຶນ ຫວຽດນາມ - ອິນເດຍ
(ພາບ: TTXVN)
(vovworld) – ການຢ້ຽມຢາມຂອງທ່ານນາງລັດຖະມົນຕີການຕ່າງປະເທດ ອິນເດຍ Sushma Swaraj ເຖິງ ຫວຽດນາມ ແຕ່ວັນທີ 25 – 26/8 ຈະເພີ່ມກຳລັງໜູນໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດທີ່ພວມພັດທະນາຢ່າງບໍ່ຢຸດຢັ້ງ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຫງວຽນແທງເຕີນ, ໄດ້ຕອບສຳພາດບັນນາທິການໃຫຍ່ສື່ເອເລກໂຕນິກ “India Writes Network” Manish Chan ກ່ຽວກັບການພົວພັນ ອິນເດຍ - ຫວຽດນາມ, ກໍ່ຄືບົດບາດຂອງ ອິນເດຍ ໃນພາກພື້ນ. ທ່ານເອກອັກຄະລັດຖະທູດ ຫງວຽນແທງເຕີນ ໃຫ້ຮູ້ວ່າ: ການຢ້ຽມຢາມຂອງລັດຖະມົນຕີການຕ່າງປະເທດ Swaraj ສຳຄັນທີ່ສຸດ ຍ້ອນວ່ານີ້ແມ່ນຄັ້ງທຳອິດທ່ານນາງມາ ຫວຽດນາມ ພາຍຫຼັງລັດຖະບານໃໝ່ໄດ້ຮັບການສ້າງຕັ້ງຢູ່ ອິນເດຍ. ນີ້ແມ່ນການຢັ້ງຢືນນະໂຍບາຍຂອງ ອິນເດຍ ສຳລັບ ຫວຽດນາມ - ແມ່ນເພື່ອນມິດທີ່ດີ ແລະ ມີການຕິດພັນຢ່າງໝັ້ນຄົງນັບແຕ່ເມື່ອ 2 ປະເທດຍາດໄດ້ເອກະລາດ. ຕາມທ່ານເອກອັກຄະລັດຖະທູດ ຫງວຽນແທງເຕີນ ແລ້ວ, ທັງ ອິນເດຍ ແລະ ຫວຽດນາມ ພວມລ້ວນແຕ່ຮັກສາສາຍພົວພັນຍຸດທະສາດອັນດີງາມ.