ການພົວພັນຫວຽດນາມ-ອາເມລິກາບັນລຸໄດ້ບັນດາບາດກ້າວປະທັບໃຈ

ການພົວພັນຫວຽດນາມ-ອາເມລິກາບັນລຸໄດ້ບັນດາບາດກ້າວປະທັບໃຈ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ,
ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ)


(vovworld) - ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຫາ​ກໍ່​ມີ​ບົດ​ຂຽນ​ກ່ຽວ​ກັບ​ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ນັ້ນ​ຢືນຢັນວ່າ, ການ​ພົວພັນຫວຽດນາມ - ອາ​ເມ​ລິ​ກາ ບັນລຸ​ໄດ້​ບັນດາ​ບາດກ້າວ​ປະ​ທັບ​ໃຈ. ບົດ​ຂຽນ​ໃຫ້​ຮູ້​ວ່າ, ​ໃນ 20 ປີຜ່ານມາ, ພິ​ເສດ​ນັບ​ແຕ່​ພາຍຫຼັງ​ສັນຍາ​ການ​ຄ້າ​ສອງ​ຝ່າຍ (BTA) ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2000, ການ​ພົວພັນ​ທາງ​ດ້ານ​ເສດຖະກິດ - ການ​ຄ້າ​ສອງ​ຝ່າຍ​ໄດ້​ພັດທະນາ​ຢ່າງ​ແທ້​ຈິງ. ຈາກ​ຕົວ​ເລກ 400 ລ້ານ USD ​ໃນ​ປີ 1994, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ທົບ​ເກືອບ 90 ​ເທົ່າ, ​ແມ່ນ​ຂຶ້ນ​ເຖິງ 36,3 ຕື້ USD ​ໃນ​ປີ 2014. ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ແມ່ນ 30,6 ຕື້ USD ​ໃນ​ປີ 2014, ຫວຽດນາມ​ ໄດ້​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ອາ​ຊຽນ ກ່ຽວ​ກັບ​ການ​ສົ່ງ​ອອກ​ເຂົ້າ​ອາ​ເມ​ລິ​ກາ. ​ໃນ​ຂະນະ​ນັ້ນ, ອາ​ເມ​ລິ​ກາ​ ກໍ່ບືນ​ຕົວ​ຂຶ້ນຈາກ​ອັນ​ດັບ​ທີ 11 ກາຍ​ເປັນ​ປະ​ເທດ​ລົງທຶນ​ໃຫຍ່​ອັນ​ດັບ 7 ​ເຂົ້າ​ຫວຽດນາມ, ດ້ວຍ​ຍອດ​ຈຳນວນ​ທຶນ​ປະມານ 11 ຕື້ USD. ຄາດ​ວ່າ​ພາຍຫຼັງ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊິ​ຟິກ (TPP) ​ໄດ້​ຮັບ​ການ​ລົງ​ນາມ ​ແລະ ມີ​ຜົນ​ສັກສິດ, ການ​ພົວພັນດ້ານ​ເສດຖະກິດລະຫວ່າງ​ສອງ​ປະ​ເທດ​ຈະ​ພັດທະນາ​ກວ່າ​ອີກ. ສອງ​ຝ່າຍ​ໄດ້​ສ້າງ​ການ​ພົວພັນ​ຄູ່ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ອາ​ເມ​ລິ​ກາ ​ເມື່ອ​ປີ 2013, ອັນ​ໄດ້​ເປີດ​ໄລຍະ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ