ການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ ນັບມື້ນັບພັດທະນາ

ການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ ນັບມື້ນັບພັດທະນາ - ảnh 1
ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ
(ພາບປະກອບ)

(vovworld) – ຕ​ອນບ່າຍ​ວັນ​ທີ 18/9, ທີ່​ການ​ຕ້ອນຮັບ​ປະທານ​ອົງການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ຍີ່ປຸ່ນ Kyoei Yanagisawa, ທີ່​ພວມ​ຢູ່​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ ຊີ້​ແຈ້ງວ່າ: ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ນັບ​ມື້​ນັບ​ພັດທະນາ. 2 ຝ່າຍ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະຈຳ, ​ເພື່ອ​ແນ​ໃສ່​ແບ່ງປັນ​ບົດຮຽນ, ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ​ຂົງ​ເຂດ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ລະຫວ່າງ 2 ຝ່າຍ​ທີ່​ສຸດ. ພິ​ເສດ, ປີ 2013, 2 ປະ​ເທດມີ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ. ທ່ານ​ນາງ​ຮອງປະທານ​ສະພາ​ແຫ່ງ​ຊາດ ຫວັງ​ວ່າ​ຝ່າຍ ຍີ່ປຸ່ນ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ, ໜູນ​ຊ່ວຍ ຫວຽດນາມ ກ່ຽວ​ກັບ​ຂົງ​ເຂດ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃນ​​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ