ການພົວພັນຮອບດ້ານລະຫວ່າງຫວຽດນາມ - ລາວ

ການພົວພັນຮອບດ້ານລະຫວ່າງຫວຽດນາມ - ລາວ - ảnh 1
(​ທ່ານ ອຸ​ຄຳ ​ແສງ​ແກ້ວ​ມີ​ໄຊ​, ທີ່​ປຶກສາ​ສະຖານທູດ​ສປປລາວ ປະຈຳ​ຫວຽດາມ)

(vovworld) - ​ໃນ​ປີ 2013, ​ໄດ້​ມີ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ພັກ, ລັດ ຫວຽດນາມ - ລາວ. ສິ່ງ​ດັ່ງກ່າວ​ໄດ້​ພິສຸດ​ໃຫ້​ເຫັນ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ ​ໄດ້​ສືບ​ຕໍ່​ພັດທະນາ​ຢ່າງ​ດີງາມ, ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ... ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ອຸ​ຄຳ ​ແສງ​ແກ້ວ​ມີ​ໄຊ​, ທີ່​ປຶກສາ​ສະຖານທູດ​ສປປລາວ ປະຈຳ​ຫວຽດາມ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 38 ປີ ​ແຫ່ງ​ວັນຊາດສປປລາວ (02/12/1975 – 02/12/2013). ນອກຈາກ​ນັ້ນ, ທ່ານ ອຸ​ຄຳ ​ແສງ​ແກ້ວ​ມີ​ໄຊ​, ຍັງ​ໃຫ້​ຮູ້​ຕື່ມອີກ​ວ່າ.

ໃນ​ປີຜ່ານມາ, 2 ປະ​ເທດ​ໄດ້​ຈັດ​ຕັ້ງສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງຫວຽດນາມ - ລາວ ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດ. ມາ​ຮອດ​ປະຈຸ​ບັນ, ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ວັດທະນະທຳ, ສິລະ​ປະ, ກິລາ ​​ລະຫວ່າງ 2 ປະ​ເທດ ຍັງ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ໃນ​ທຸກ​ດ້ານ, ຜ່ານ​ນັ້ນ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດຢ່າງ​ຕັ້ງ​ໜ້າ​.
ຂ່າວ/ບົດ​ອື່ນ