ການຢ້ຽມຢາມ3ປະເທດເອີລົບຂອງທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນປະສົບຜົນສຳເລັດຢ່າງຈົບງາມ
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ແລະ ທ່ານນາຍົກລັດຖະມົນຕີ ເຊັກໂກ Bohuslav Sobotka
|
(vovworld)- ຕອນເຊົ້າວັນທີ 15/4, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມ 3 ປະເທດ ເອີລົບຄື: ຊູແອ, ຮຸງກາຣີ ແລະ ສເຊັກໂກ ຢ່າງຈົບງາມ. ການຢ້ຽມຢາມຄັ້ງນີ້ສືບຕໍ່ຍູ້ແຮງການຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດດັ່ງກ່າວໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ສິ່ງແວດລ້ອມ, ຊຸກຍູ້ສະພາແຫ່ງຊາດ 3 ປະເທດສະຫນັບສະຫນູນເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ ໂດຍໄວ, ເພີ່ມທະວີການຮ່ວມມືລັດຖະສະພາລະຫວ່າງບັນດາປະເທດ. ທ່ານ ຫງວຽນວັນເຢົາ, ຫົວຫນ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:
“ທ່ານປະທານສະພາແຫ່ງຊາດ ທັງສອງກໍຄືບັນດາເຈົ້າຫນ້າທີ່ຂັ້ນສູງຂອງ ຊູແອດ ລ້ວນແຕ່ຕີລາຄາວ່າ ການພົວພັນດ້ານເສດຖະກິດລະຫວ່າງສອງປະເທດ ມີການພັດທະນາແຕ່ບໍ່ສົມກັບຄວາມສາມາດບົ່ມຊ້ອນ ແລະ ສອງປະເທດລ້ວນແຕ່ປາດຖະຫນາຢາກພັດທະນາຢ່າງແຮງກວ່າອີກໃນໄລຍະຈະມາເຖິງ. ບັນດາການນຳຂັ້ນສູງຂອງ ຊູແອດ ລ້ວນແຕ່ຕີລາຄາວ່າ ຫວຽດນາມປະສົບຜົນສຳເລັດໃນການພັດທະນາເສດຖະກິດ ສັງຄົມໃນເກືອບ 2 ທົດສະວັດຜ່ານມາ.”
ຈຸດເດັ່ນໃນການຢ້ຽມຢາມ ຮູງກາຣີ ຂອງທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງີນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ແມ່ນ ການພົບປະສົນທະນາຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍໃຫ້ສົມບູນແບບໃນວິວັດການເຊື່ອມໂຍງເຂົ້າກັບສາກົນ.
ການຢ້ຽມຢາມ 3 ປະເທດ ເອີລົບຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແມ່ນເປີດບັນດາກາລະໂອກາດຮ່ວມມືໃຫມ່ໃຫ້ແກ່ບັນດາປະເທດເວົ້າລວມ ແລະ ຮັດແຫນ້ນການພົວພັນລະຫວ່າງລັດຖະສະພາເວົ້າສະເພາະ.