ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອີຢິບຈະເປີດໜ້າປະຫວັດສາດໃໝ່ໃນການພົວພັນ 2 ຝ່າຍ

(VOVWORLD) -ໜັງສືພິມ Al Messa ຂອງອີຢິບ ສະບັບອອກວັນທີ 3 ກັນຍາໄດ້ຕີລາຄາວ່າ ການຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 6 ຫາວັນທີ 7 ກັນຍາຂອງປະທານາທິບໍດີອີຢິບ Abdel-Fattah El-Sisi ຈະເປີດໜ້າປະຫວັດສາດໃໝ່ໃນການພົວພັນ 2 ຝ່າຍ
ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອີຢິບຈະເປີດໜ້າປະຫວັດສາດໃໝ່ໃນການພົວພັນ 2 ຝ່າຍ - ảnh 1ປະທານາທິບໍດີອີຢິບ Abdel-Fattah El-Sisi 

  ໜັງສືພິມ Al Messa ຂອງອີຢິບ ສະບັບອອກວັນທີ 3 ກັນຍາໄດ້ຕີລາຄາວ່າ ການຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 6 ຫາວັນທີ 7 ກັນຍາຂອງປະທານາທິບໍດີອີຢິບ Abdel-Fattah El-Sisi ຈະເປີດໜ້າປະຫວັດສາດໃໝ່ໃນການພົວພັນ 2 ຝ່າຍ, ເພາະນີ້ແມ່ນການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງປະທານາທິບໍດີອິຢິບນັບຕັ້ງແຕ່ 2 ປະເທດສ້າງການພົວພັນທາງການທູດເມື່ອປີ 1963. ທ່ານຮອງຫົວໜ້າບັນນາທິການ Rifaat Khaled ໃຫ້ຮູ້ວ່າ : 

     “ ຫວຽດນາມມີບົດບາດສຳຄັນໃນອາຊຽນເພາະພວກເພື່ອນມີຄວາມຫວັງຢາກນຳມາເຊິ່ງຄວາມໝັ້ນຄົງ ແລະ ສະຖຽນລະພາບໃຫ້ແກ່ພາກພື້ນນີ້. ແລະ ຄືພວກເຮົາໄດ້ເຫັນວ່າ ຫວຽດນາມໄດ້ສະແດງບົດບາດເປັນຢ່າງດີຄືແນວໃດໃນການປະຕິບັດສົນທິສັນຍາ ສ.ປ.ຊກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ”

ຕອບກັບ

ຂ່າວ/ບົດ​ອື່ນ