(vovworld) - ການຢ້ຽມຢາມຫວຽດນາມຂອງຮອງປະທານສະພາແຫ່ງຊາດຝລັ່ງຈະປະກອບສ່ວນຮັດແໜ້ນການພົວພັນລະຫວ່າງ 2 ປະເທດ. ນີ້ແມ່ນຄຳຢືນຢັນຂອງທ່ານ Pascal Deguilhem, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຝລັ່ງ - ຫວຽດນາມ ຂອງສະພາແຫ່ງຊາດຝັ່ງ, ໃນການຕອບສຳພາດບັນດາອົງການສ່ືມວນຊົນຫວຽດນາມ ປະຈຳປາຣີ ຫວ່າງມໍ່ໆມານີ້, ເນື່ອງໃນໂອກາດ ທ່ານປະທານສະພາແຫ່ງຊາດ ຝລັ່ງ Claude Bartolone ຈະມາຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 18 – 21/03. ຕາມທ່ານ Pascal Deguilhem ແລ້ວ, ການຢ້ຽມຢາມ ຫວຽດນາມ ຂອງຄະນະສະມາຊິກສະພາແຫ່ງຊາດຝລັ່ງ ຄັ້ງນີ້ ແມ່ນເພື່ອແນໃສ່ປັບປຸງ ແລະ ພັດທະນາການພົວພັນມິດຕະພາບອັນດີງາມລະຫວ່າງ 2 ປະເທດ, ພ້ອມທັງແມ່ນໂອກາດເພື່ອຊຸກຍູ້ການພົວພັນ 2 ຝ່າຍໃນຫຼາຍຂົງເຂດ, ພິເສດແມ່ນຄົມມະນາຄົມ, ພະລັງງານ ແລະ ພັດທະນາແບບຍືນຍົງ. ທ່ານ Pascal Deguilhem ກ່າວວ່າ.
“ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງປະທານາທິບໍດີຝລັ່ງ ໄດ້ຮັບຄວາມລໍຄອຍມາແຕ່ດົນນານ ແລະ ຈຳເປັນທີ່ສຸດ. ການພົວພັນລະຫວ່າງ 2 ປະເທດພວກເຮົາຕ້ອງໄດ້ຮັບການຢືນຢັນຄືນໃໝ່ ແລະ ສືບຕໍ່ປັບປຸງຢ່າງຕໍ່ເນື່ອງໃນບັນດາຂົງເຂດສຳຄັນ, ສ້າງບາດກ້າວບຸກທະລຸ ດ້ວຍການຢ້ຽມຢາມຫວຽດນາມ ຂອງຜູ້ນຳຝລັ່ງ, ຢືນຢັນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ, ຊຸກຍູ້ການຮ່ວມມືໃນປະຊາຄົມໃຊ້ພາສາຝລັ່ງ…”