ການລົງນາມສັນຍາອອບແບບ ສາຍໄຍແກ້ວທະເລ 110 Kv Ha Tien - Phu Quoc

ການລົງນາມສັນຍາອອບແບບ     ສາຍໄຍແກ້ວທະເລ 110 Kv Ha Tien - Phu Quoc - ảnh 1
ຕິດຕັ້ງລະບົບສາຍໄຍແກ້ວ
ພາບປະກອບ:internet


(vovworld) -  ຕອນ​ເຊົ້າ​ວັນ​ທີ 3/5 ຢູ່ ນະຄອນ ​ໂຮ່ຈິ​ມີນ, ບໍລິສັດ​​ໃຫຍ່​ໄຟຟ້າ ພາກ​ໃຕ້ ​ແລະ ​ເຈົ້າ​ຂອງ​ການ​ປະມູນ Prysmian PowerLink SRL ຂຶ້ນ​ກັບ​ກຸ່ມ​ບໍລິສັດ Prysmian ປະ​ເທດ ອີ​ຕາ​ລີ ​ໄດ້ລົງ​ນາມ​ໃນ​ສັນຍາ​ອອກ​ແບບ, ສະຫນອງ, ຕິດ​ຕັ້ງ​ລະບົບ​ສາຍ​ໄຍ​ແກ້ວທະ​ເລ 110kv Ha Tien - Phu Quoc. ນີ້​ແມ່ນ​ໂຄງການ​ທີ່​ມີ​ຂອບ​ຂະຫນາດ​ໃຫຍ່​ກວ່າ​ໝູ່ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ການ​ປະຕິບັດ​ຢູ່ ຫວຽດນາມ ກໍ​ຄື​ຢູ່ ພາກ​ພື້ນ​ອາຊີ​ຕາ​ເວ​ັນອອກສຽງ​ໃຕ້ ດ້ວຍ​ຄວາມ​ຍາວ 55,8 ກິ​ໂລ​ແມດ, ສາມາດ​ສົ່ງ​ໄຟຟ້າ 131 MW ​ດ້ວຍ​ຍອດ​ມູນ​ຄ່າ​ເກ​ືອບ 67 ລ້ານ​ເອີ​ໂຣ. ​ໄປ​ຄຽງ​ຄູ່​ກັບ​ລະບົບສາຍ​ໄຍ​ແກ້ວ​ທະ​ເລດັ່ງກ່າວ, ບໍລິສັດ​ໃຫຍ່​ໄຟຟ້າ ພາກ​ໃຕ້ ຈະ​ລົງມື​ກໍ່ສ້າງ​ຕາຫນ່າງ​ໄຟຟ້າ 110kv Kien Luong - Ha Tien, ສະຖານີ​ປັບ​ໄຟ 110 kv Ha Tien, ຕາຫນ່າງ​ໄຟຟ້າ 110kv  Phu Quoc ​ເພື່ອ​ນຳ​ເຂົ້າ​ໃຊ້​ການ​ຢ່າງ​ທັນ​ການ​ເມື່ອ​ກິດຈະກຳ​ລະບົບສາຍ​ໄຍ​ແກ້ວທະ​ເລ​ດັ່ງກ່າວ​ກໍ່ສ້າງ​ສຳ​ເລັດ.

ຂ່າວ/ບົດ​ອື່ນ