ການວາງລະເບີດຢູ່ພາກໃຕ້ຂອງໄທ

ການວາງລະເບີດຢູ່ພາກໃຕ້ຂອງໄທ - ảnh 1

(ພາບ:viet.rfi.fr)

(vovworld) -  ​ວັນ​ທີ 1/3 ຢູ່​​ແຂວງ​ນາຣາທິວັດ ທາງ​ພາກ​ໃຕ້​ປະ​ເທດ​ໄທ, ​ໄດ້​ເກີດ​ເຫດ​ລະ​ເບີດ​ແຕກ ຊື່​ງ​ເຮັດ​ໃຫ້ 6 ຄົນ​ຖືກ​ບາດ​ເຈັບ, ​ໃນ​ນັ້ນມີ​ນັກຮົບ 1 ຄົນ ​ແລະ ສາມັນ​ຊົນ 5 ຄົນ. ຕຳຫຼວດ​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ: ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ເວລາ 6 ​ໂມງ​ເຊົ້າ (ຕາມ​ເວລາ​ທ້ອງ​ຖິ່ນ) ຢູ່​ຕໍ່ໜ້າ​ເຂດ​ຕະຫຼາດ​ຢູ່​ນາຣາທິວັດ. ມີ​ຊາວ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ວາງ​ລູກລະ​ເບີດ​ໃນ​ລົດຈັກຈອດຢູ່​ຫຼັງ​ລົດ​ຂອງ​ກຳລັງ​ປະຕິບັດ​ໜ້າ​ທີ່​ພິ​ເສດ. ລູກ​ລະ​ເບີດ​ຖືກ​ລະ​ເບີດ​ຂຶ້ນ​ພາຍ​ຫລັງນັ້ນພຽງ 5 ນາ​ທີ່​ເທົ່າ​ນັ້ນ. ​ເຫດ​ວາງ​ລະ​ເບີດ​ເກີດ​ຂຶ້ນ​ພາຍຫຼັງ​ເວລາ​ບໍ່​ຮອດ 24 ຊົ່ວ​ໂມງ​ທີ່​ມີ​ຄຳ​ປະກາດ​ຈັດການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ກຸ່ມ​ທະຫານ​ກະບົດ​ແນວ​ໂຮມ​ປະຕິວັດ​ແຫ່ງ​ຊາດ​ຢູ່​ພາກ​ໃຕ້ ​ແລະ ອຳນາດ​ການ​ປົກຄອງ​ບາງກອກ ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະທະ​ກັນ​ທີ່​ໄດ້​ແກ່ຍາວ​ຢູ່​ເຂດ​ນີ້​ໃນ​ຕະຫຼອດ 9 ປີ​ຜ່ານ​ມາ ອັນ​ໄດ້​ເຮັດ​ໃຫ້ 5500 ​ຄົນເສຍ​ຊີວິດ ​ແລະ ກ່ວາ 9000 ຄົນ​​ໄດ້​ຮັບ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ