ການສົ່ງອອກມັນຕົ້ນບັນລຸເກືອບ 1 ຕື້ USD

ການສົ່ງອອກມັນຕົ້ນບັນລຸເກືອບ 1 ຕື້ USD - ảnh 1
(ພາບປະກອບ)

(vovworld) -     ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກົມ​ໃຫຍ່​ພາສີ​​ແລ້ວ, ​ໃນ 8 ​ເດືອນ​ຕົ້ນ​ປີ 2012, ຫວຽ​ດນາມ ​ສົ່ງ​ອອກ​ມັນ​ຕົ້ນ​ໄດ້​ເກືອບ 3,2 ລ້ານ​​ໂຕນ ​ແລະ ບັນດາ​ຜະລິດ​ຕະພັນ​ຈາກ​ມັນ​ຕົ້ນ, ສາມາດສ້າງ​ລາຍ​ຮັບ​​ໄດ້ເກືອບ 975 ລ້ານ USD. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຜະລິດ​ຕະພັນ​ຈາກ​ມັນ​ຕົ້ນ ​ຖຶກບັນຈຸ​ໃນ​ໝວດ​ຜະລິດ​ຕະພັນ​ກະສິກຳ​ທີ່​ສົ່ງ​ອອກ​​ໄດ້ກວ່າ 1 ຕື້ USD, ພ້ອມ​ກັບ​ເຂົ້າສານ, ກາ​ເຟ, ໝາກມ່ວງ​ຫິມະພານ. ຄາ​ດວ່າ, ປະລິມານ​ສົ່ງ​ອອກ​ມັນ​ຕົ້ນ​ໃນ​ເດືອນ 9 ຍັງຄົງ​ບັນລຸ​ລະ​ດັບ 244.000 ​ໂຕ​ນ, ສ້າງ​ລາຍ​ຮັບ​ໄດ້​ກວ່າ 80 ລ້ານ USD.

ຂ່າວ/ບົດ​ອື່ນ