ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ 6 ເດືອນ​ຕົ້ນ​ປີ 2024 ບັນ​ລຸ 4,4 ຕື້ USD

(VOVWORLD) - 6 ເດືອນຕົ້ນປີ 2024 ມູນຄ່າການສົ່ງອອກສິນໃນນ້ຳທັງໝົດບັນລຸກວ່າ 4,4 ຕື້ USD, ເພີ່ມຂຶ້ນເກືອບ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ 6 ເດືອນ​ຕົ້ນ​ປີ 2024 ບັນ​ລຸ 4,4 ຕື້ USD - ảnh 1ປຸງແຕ່ງປາຈາ ກຽມສົ່ງອອກ (ພາບ: TTXVN)

ຕາມສະຫະສະມາຄົມການປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ (Vasep) ແລ້ວ, ໃນເດືອນມິຖຸນາ, ການສົ່ງອອກສິນໃນນ້ຳໃນທົ່ວປະເທດບັນລຸ 875 ລ້ານ USD, ເພີ່ມຂຶ້ນ 14% ເມື່ອທຽບໃສ່ໄລຍະດຽວກັນ.  6 ເດືອນຕົ້ນປີ 2024 ມູນຄ່າການສົ່ງອອກສິນໃນນ້ຳທັງໝົດບັນລຸກວ່າ 4,4 ຕື້ USD, ເພີ່ມຂຶ້ນເກືອບ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນເດືອນ ມິຖຸນາ, ວົງເງິນສົ່ງອອກສິນໃນນ້ຳບັນລຸລະດັບສູງທີ່ສຸດ ນັບແຕ່ຕົ້ນປີມາຮອດປັດຈຸບັນ ໃນຂະນະທີ່ສິນຄ້າສົ່ງອອກຫຼັກແຫຼ່ງສ່ວນຫຼາຍ ລ້ວນແຕ່ມີການເຕີບໂຕສູງ; ໃນນັ້ນ, ການສົ່ງອອກປາຈາ ເພີ່ມຂຶ້ນ 22%, ປາທູນ່າ ເພີ່ມຂຶ້ນ 40%, ກະປູມ້າເພີ່ມຂຶ້ນ 59%; ສະເພາະກຸ້ງ ເພີ່ມຂຶ້ນໜ້ອຍໜຶ່ງ 7%. ການສົ່ງອອກປາທູນ່າໃນ 6 ເດືອນຕົ້ນປີ ຢັ້ງຢືນວ່າມີລະດັບການເຕີບໂຕພົ້ນເດັ່ນກວ່າ, ເພີ່ມຂຶ້ນເກືອບ 25% ດ້ວຍວົງເງິນການຄ້າບັນລຸ 477 ລ້ານ USD. ການສົ່ງອອກປາທູນ່າ ໄປຍັງຕະຫຼາດສ່ວນຫຼາຍ ລ້ວນແຕ່ເພີ່ມຂຶ້ນ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

        ສອງຕະຫຼາດສົ່ງອອກສິນໃນນ້ຳໃຫຍ່ສຸດຂອງ ຫວຽດນາມ ແມ່ນ ອາເມລິກາ ແລະ ຈີນ ເພີ່ມຂຶ້ນ 14% ແລະ 18% ຕາມລຳດັບ. Vasep ກໍຄາດວ່າລະດັບການເຕີບໂຕຂອງການສົ່ງອອກສິນໃນນ້ຳຂອງ 6 ເດືອນຕົ້ນປີ 2024 ນີ້ຈະສູງກວ່າໄລຍະດຽວກັນປະມານ 15%, ບັນລຸກວ່າ 5,5 ຕື້ USD; ການສົ່ງອອກສິນໃນນ້ຳຂອງທັງປີຈະບັນລຸ 10 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ