ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື ຫວຽດ​ນາມ - Timor Leste

(VOVWORLD) -          ໂດຍຕອບຮັບຄຳເຊີນຂອງທ່ານປະທານປະເທດ ແຫ່ງ ສສ.ຫວຽດນາມ ໂຕເລິມ, ທ່ານປະທານາທິບໍດີ ສາທາລະນະລັດປະຊາທິປະໄຕ Timor Leste, Jose Ramos – Horta, ໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 31 ກໍລະກົດ - 03 ສິງຫາ. ຕອນເຊົ້າວັນທີ 01 ສິງຫາ, ຢູ່ທຳນຽບປະທານປະເທດ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເປັນເຈົ້າພາບພິທີຕ້ອນຮັບທ່ານປະທານາທິບໍດີ Rose Ramos – Horta ຢ່າງເປັນທາງການ.
ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື ຫວຽດ​ນາມ - Timor Leste - ảnh 1 ທ່ານປະທານປະເທດ ຫວຽດນາມ ໂຕເລິມ ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ Jose Ramos – Horta ຢ່າງເປັນທາງການ (ພາບ: TTXVN)
 ໃນກອງປະຊຸມພົບປະສົນທະນາສອງຝ່າຍພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ Jose Ramos – Horta ໄດ້ເຫັນດີເປັນເອກະພາບຜັນຂະຫຍາຍສັນຍາແມ່ກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ເຕັກນິກ ຢ່າງມີປະສິດທິຜົນ, ຊຸກຍູ້ຈັດກອງປະຊຸມຄັ້ງປະຖົມມະລຶກ ຄະນະກຳມະການປະສົມ ຫວຽດນາມ - Timor Leste ຂັ້ນລັດຖະມົນຕີການຕ່າງປະເທດ ໂດຍໄວ; ຄົ້ນຄວ້າ, ມຸ່ງໄປເຖິງການສ້າງບັນດາກົນໄກສອງຝ່າຍໃໝ່, ເໝາະສົມກັບຄວາມຕ້ອງການຮ່ວມມືລະຫວ່າງສອງປະເທດ. ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຊ່ວຍ Timor – Leste ຄ້ຳປະກັນສະບຽງອາຫານ; ສະເໜີສອງຝ່າຍຕໍ່ກຳນົດເວລາ ຫຼື ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຄ້າເຂົ້າສານ; ສົ່ງເສີມ Timor – Leste ເພີ່ມການນຳເຂົ້າບັນດາປະເພດສິນຄ້າທີ່ມີຄຸນນະພາບສູງຂອງ ຫວຽດນາມ; ສະເໜີ Timor – Leste ໃຫ້ສັດຕະຍາບັນສັນຍາການຄ້າສອງຝ່າຍທີ່ລົງນາມເມື່ອປີ 2013 ໂດຍໄວ; ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເປີດກວ້າງການດຳເນີນທຸລະກິດ, ການລົງທຶນຢູ່ປະເທດປະຖຳຖິ່ນ. ສອງຝ່າຍກໍເຫັນດີຂຸດຄົ້ນກຳລັງບົ່ມຊ້ອນຂອງການຮ່ວມມືໃນບັນດາຂົງເຂດສຳຄັນອື່ນໆ ໃຫ້ມີປະສິດທິຜົນດີກວ່າເກົ່າ.  

        ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ. ທ່ານປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ Timor – Leste ກາຍເປັນສະມາຊິກສົມບູນຂອງ ອາຊຽນ ໃນໄວໆນີ້. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໃຫ້ຄຳໝັ້ນສັນຍາ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ, ເຄົາລົບກົດໝາຍໃນການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ; ປະຕິບັດຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງເຂັ້ມງວດ.

        ພາຍຫຼັງກອງປະຊຸມພົບປະສົນທະນາ, ການນຳສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາຍົກເວັ້ນວີຊາສອງຝ່າຍໃຫ້ແກ່ຜູ້ຖືໜັງສືຜ່ານແດນທາງການທູດ, ໜັງສືຜ່ານແດນລັດຖະການ.

ຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ Timor Leste Jose Ramos – Horta ໄປຢ້ຽມຢາມຫໍພິພິທະພັນ ໂຮ່ຈີມິນ.

        ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ, ຕອນແລງວັນທີ 01 ສິງຫາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ມີການພົບປະກັບທ່ານປະທານາທິບໍດີ Timor Leste Leste Jose Ramos – Horta.

ຫວຽດເກື່ອງ


ຕອບກັບ

ຂ່າວ/ບົດ​ອື່ນ