ຫວຽດ​ນາມ ມີ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ

(VOVWORLD) -   ບັນດາສັນຍາ FTA ທີ່ໄດ້ລົງນາມນັ້ນ ຈະນັບມື້ນັບນຳ ຫວຽດນາມ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກຢ່າງເລິກເຊິ່ງ ດ້ວຍຂໍ້ກຳນົດແກ້ງແຍ້ງທີ່ເຄັ່ງຄັດ, ພ້ອມທັງຊຸກຍູ້ ຫວຽດນາມ ໝູນໃຊ້ບັນດາການກະທຳແກ້ງແຍ້ງແບບເສລີ.

ໂດຍເປັນອາຈານຂັ້ນສູງລົງເລິກຂະແໜງເສດຖະກິດສາດ ຢູ່ມະຫາວິທະຍາໄລ Deakin ປະເທດ ອົດສະຕາລີ, ທ່ານ ປອ. ກົງຟ້າມ ຢັ້ງຢືນວ່າ: ຫວຽດນາມ ມີພື້ນຖານເສດຖະກິດການຕະຫຼາດ. ຫວຽດນາມ ເຂົ້າຮ່ວມອົງການການຄ້າໂລກ (WTO) ນັບແຕ່ປີ 2007 ແລະ ປັດຈຸບັນ ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ຫຼາຍຝ່າຍ ແລະ ສອງຝ່າຍຫຼາຍສະບັບກັບຫຼາຍປະເທດ ເຊັ່ນ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP), ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA), ສັນຍາການຄ້າສອງຝ່າຍ ຫວຽດນາມ - ອາເມລິກາ. ທ່ານ ປອ. ກົງຟ້າມ ເນັ້ນໜັກວ່າ ບັນດາສັນຍາ FTA ທີ່ໄດ້ລົງນາມນັ້ນ ຈະນັບມື້ນັບນຳ ຫວຽດນາມ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກຢ່າງເລິກເຊິ່ງ ດ້ວຍຂໍ້ກຳນົດແກ້ງແຍ້ງທີ່ເຄັ່ງຄັດ, ພ້ອມທັງຊຸກຍູ້ ຫວຽດນາມ ໝູນໃຊ້ບັນດາການກະທຳແກ້ງແຍ້ງແບບເສລີ.

ຕາມທ່ານແລ້ວ, ອີກຈຸດໜຶ່ງທີ່ສະແດງໃຫ້ເຫັນວ່າ ຫວຽດນາມ ພັດທະນາຢ່າງວ່ອງໄວທີ່ສຸດຈາກພື້ນຖານເສດຖະກິດລວມສູນ ມາເປັນພື້ນຖານເສດຖະກິດການຕະຫຼາດ, ນັ້ນແມ່ນ ການກຳເນີດຂອງບັນດາບໍລິສັດເອກະຊົນ ແລະ ບັນດາບໍລິສັດສະຕາດອັບ. ທ່ານກໍໄດ້ເຕື້ອເຖິງ 6 ປັດໄຈທີ່ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ ໃນນັ້ນ ມີຂົງເຂດເສດຖະກິດເອກະຊົນເຕີບໂຕຢ່າງວ່ອງໄວ ແລະ ປັດຈຸບັນ ໄດ້ກວມເອົາເກືອບ 45% ອັດຕາສ່ວນຂອງ GDP, ປະກອບສ່ວນ 1/3 ງົບປະມານແຫ່ງລັດ, 40% ເງິນລົງທຶນ ແລະ ນຳໃຊ້ 85% ແຮງງານຂອງທັງປະເທດ; ຫວຽດນາມ ໄດ້ປະຕິຮູບກົດໝາຍລົງທຶນຕ່າງປະເທດ ແລະ ພັດທະນາສະພາບແວດລ້ອມແກ້ງແຍ້ງຕະຫຼາດໃນບັນດາຂົງເຂດ.


ຕອບກັບ

ຂ່າວ/ບົດ​ອື່ນ