ການສົ່ງອອກສິນໃນນ້ຳ ໃນເດືອນ 5/2013 ບັນລຸເກືອບ 500 ລ້ານ USD

ການສົ່ງອອກສິນໃນນ້ຳ ໃນເດືອນ 5/2013 ບັນລຸເກືອບ 500 ລ້ານ USD - ảnh 1

(ພາບ: congan.com.vn)

(vovworld)- ຕາມ​ການ​ລາຍ​ງານ​ຂອງ​ກະຊວງ​ກະສິກຳ ​ແລະ ພັດ​ທະ​ນາ​ຊົນນະບົດ​ຫວຽດນາມ ​ແລ້ວ, ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ໃນ​ເດືອນ 5/2013 ຄາດ​ວ່າ​ບັນລຸ​ເກືອບ 500 ລ້ານ USD, ນຳມູນ​ຄ່າ​ການ​ສົ່ງ​ອອກ​ໃນ 5 ​ເດືອນ​ຕົ້ນປີ 2013 ບັນລຸ​ກ່ວາ 2,2 ຕື້ USD. ວົງ​ເງິນ​ສົ່ງ​ອອກ​​ເຂົ້າ​ໃນ​ຕະຫຼາດ​ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ​ເກົາຫຼີ ບໍ່​ເພີ່ມ​ຂຶ້ນ​ເມື່ອ​ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ 2012. ​ໃນ​ຂະນະ​ນັ້ນ, ການ​ສົ່ງ​ອອກ​ສິນ​​ໃນ​ນ້ຳ​ໄປ​ຍັງ​ຕະຫຼາດ​ຈີນ ​ແລະ ​ໄທ ມີ​ການ​ເຕີບ​ໂຕ​ແຮງ​ດ້ວຍ​ລະດັບ​ເພີ່ມ​ຂຶ້ນ​ແມ່ນ 41% ​ແລະ 19% ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ 2012. ຕາມ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳຫວຽດນາມ ​ແລ້ວ, ​ເພື່ອ​ຍູ້​ແຮງ​ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ, ຄວນ​ຫລຸດ​ບັນດາ​ຄ່າ​ໃຊ້​ຈ່າ​ຍ​ໂດຍ​ທາງ​ອ້ອມ ​ແລະ ຄ່າ​ບໍລິການ, ພ້ອມ​ທັງ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະພາ​ບຫຼັກ​ອະນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ​ເປີດ​ກ້ວາງ​ຕະຫຼາດ​ສົ່ງ​ອອກ.

ຂ່າວ/ບົດ​ອື່ນ